ໝົກໜໍ່ໄມ້

Andy Souvanhphukdee
ອາຫານລາວອຸດົມສົມບູນໄປດ້ວຍສ່ວນປະສົມນາໆຊະນິດ ແລະ ຍັງມີຫຼາກຫຼາຍເມນູທີ່ສາມາດປຸງແຕ່ງ ເພື່ອຮັບປະທານໄດ້ແບບບໍ່ຊ້ຳກັນເຊັ່ນໝົກ ບໍ່ວ່າຈະເປັນໝົກເຫັດ, ໝົກປາ ຫຼື ໝົກໜໍ່. ໝົກໜໍ່ໄມ້ ເປັນອາຫານນິຍົມຂອງຄົນລາວ ປຸງແຕ່ງໂດຍ ສະມຸນໄພສົດ ທີ່ດີ ແລະ ຍັງເປັນປະໂຫຍດຕໍ່ສຸຂະພາບ
ເຮືອນຄົວລາວ
https://pantip.com/topic/33560699
Nirada's kitchen

ສ່ວນປະສົມ
  •  ໜໍ່ໄມ້ ຊອຍ 2 ຈອກກາເຟ
  •  ໃບຕອງ 
  •  ຊີ້ນໝູບົດ 1/2 ຖ້ວຍນ້ອຍ
  •  ເຫັດ 1/2 ຖ້ວຍນ້ອຍ(ຖ້າຕ້ອງການ)
  •  ໄຂ່ 1 ໜ່ວຍ
  •  ຜັກອີ່ຕູ່ (ສະເພາະໃບ ແລະ ຍອດອ່ອນ) 1/2 ຖ້ວຍນ້ອຍ
  •  ຫົວສີໄຄ (ຊອຍບາງໆສະເພາະແຕ່ຫົວສີຂາວ ) 1 ຫົວ
  •  ໝາກເຜັດ, ຊອຍ (1-2 ໜ່ວຍ)
  •  ເກືອ 1/2 ບ່ວງຊາາ
  •  ນ້ຳປາ 1 ບ່ວງຊາ
  •  ແປ້ງນົວ 1-2 ບ່ວງຊາ
  •  ເຂົ້າເບື່ອ 1 ບ່ວງແກງ

ສຳລັບ 5-6 ໝົກ

ວິທີປຸງແຕ່ງ
  1.  ກຽມໃບຕອງຕັດເປັນຮູບສີ່ລ່ຽມ 25 x 30 ຊມ, 1​0-12 ໃບ
  2.
  ຕົ້ມໜໍ່ໄມ້ໃຫ້ສຸກ, ຊອຍເປັນຕ່ອນບາງນ້ອຍ ຫຼື ຊອຍເປັນເສັ້ນ
  3.  ທຸບໄຂ່ໃສ່ຖ້ວຍ ຫຼື ຊາມ ຕາມດ້ວຍຊີ້ນໝູ, ໜໍ່ໄມ້ຊອຍ, ເຫັດ, ຜັກອີ່ຕູ່, ຫົວສີໄຄຊອຍ, ໝາກເຜັດຊອຍ, ເກືອ, ນ້ຳປາ, ແປ້ງນົວ ແລະ ເຂົ້າເບືອ.
  4.  ຄົນສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ, ຊິມ ແລະ ເພີ່ມລົດຊາດ ດ້ວຍເຄື່ອງປຸງຕາມຕ້ອງການ
  5.  ນຳຕອງມາຫໍ່ ໃຫ້ເປັນໝົກ, ຫຼັງຈາກນັ້ນນຳໃສ່ໝໍ້ຊຶງ ຫຼື ມວຍໜຶ້ງເຂົ້າ ເພື່ອໜຶ້ງໃຫ້ສຸກ (ຄ້າງໝໍ້ໃຫ້ນໍ້າຟົດ ແລ້ວຈຶ່ງນຳມວຍ ຫຼື ຊຶ້ງທີ່ໃສ່ໝົກໜໍ່ ມາວາງໃສ່)
  6.  ໜຶ້ງປະໄວ້ ປະມານ 40-60 ນາທີ ຈົນກ່ວາຈະສຸກ.

ວິທີຫໍ່ໝົກ 

ວີດີໂອໂດຍ May Laos.kitchen

ການປະກອບສ່ວນ