ສະມັດຕະພາບຂອງຜົນຜະລິດ

ອິງຕາມຄວາມຫນາແຫນ້ນຂອງຕົ້ນຊາ ແລະ ການບົວລະຮັກສາທີ່ແຕກຕ່າງກັນ, ຊາແຕ່ລະປະເພດແມ່ນຜົນຜະລິດ ແຕກຕ່າງກັນ ຕາມແຕ່ລະທ້ອງຖິ່ນ. ສໍາລັບຊາປູກໃໝ່ຢູ່ ສປ ຈີນ, ຜົນຜະລິດສາມາດສູງເຖິງ 1,500-1,600 ກິໂລ/ເຮັກຕາ/ປີ (ຊາແຫ້ງ), ແຕ່ ຢູ່ໃນ ສປປ ລາວ ໃນປະຈຸບັນສະເລ່ຍຊາແຫ້ງໄດ້ພຽງແຕ່ 100-300 ກິໂລ/ເຮັກຕາ/ປີ (4.5-5 ກິໂລຊາດິບຜະລິດເປັນຊາແຫ້ງໄດ້ 1ກິໂລ) ໂດຍທົ່ວໄປ, ຖ້າມີການບົວລະບັດຮັກສາທີ່ດີ, ຊາປູກໃໝ່ເປັນສວນຈະເລີ້ມໃຫ້ຜົນຜະລິດແຕ່ປີທີ່ 3-4 ແລະ ຈະເພີ້ມຂຶ້ນ ຕາມລໍາດັບ, ຜົນຜະລິດຫຼາຍສຸດອາດຈະຢູ່ໃນລະຫວ່າງປີທີ່ 7-15. ສ່ວນຜົນຜະລິດຂອງຊາບູຮານ ແມ່ນຂຶ້ນກັບຈໍານວນຕົ້ນ ແລະ ການບົວລະບັດຮັກສາ ແຕ່ໂດຍທົ່ວໄປອາດຈະຢູ່ໃນລະຫວ່າງ 50-200 ກິໂລ/ເຮັກຕາ/ປີ.

ການປະກອບສ່ວນ