ເຕັກນິກການປູກ

ການເກັບໝາກຊາ ແລະ ເກັບຮັກສາແກ່ນຊາ:
ໝາກຊາທີ່ຈະນຳມາປູກຄວນເປັນໝາກທີ່ສຸກດີ, ເປືອກນອກເປັນສີຂຽວແກ່ ຫຼື ສີເຫຼືອງແກ່, ບໍ່ເຫຼື້ອມ, ເປືອກມີຮອຍແຕກ ຫຼື ກຳລັງຈະແຕກ. ໝາກຊາທີ່ເກັບໄດ້ 7-10 ວັນ, ເປືອກໝາກຊາຈະແຕກອອກ, ຈາກນັ້ນຄັດເລືອກເອົາພຽງແຕ່ແກ່ນຊາທີ່ສຸກ ແລະ ສົມບູນດີ. ແກ່ນຊາທີ່ຄັດໄດ້ນັ້ນຕ້ອງໄດ້ກັບຮັກສາໃນບ່ອນທີ່ຮົ່ມ ແລະ ມີອາກາດທ່າຍແທດີ. ຫຼັງຈາກນັ້ນ 30-40 ວັນ, ໃຫ້ນຳເອົາແກ່ນຊາດັ່ງກ່າວໄປແຊ່ນຳເພື່ອຄັດເລືອກເອົາສະເພາະແຕ່ ແກ່ນທີ່ແຂງແຮງທີ່ຈົມຢູ່ໃນນໍ້າ ແລະ ແຊ່ໄວ້ 3-5 ວັນກ່ອນທີ່ຈະນຳໄປກ້າ. ແກ່ນຊາຄວນເປັນແນວພັນຊາທີ່ມີຄຸນນະພາບດີ, ຖ້າພົບວ່າແນວພັນຊາຢູ່ເຂດດັ່ງກ່າວມີຄຸນນະພາບດີ, ຄວນນຳໃຊ້ ແລະ ຂະຫຍາຍແນວພັນຂອງທ້ອງຖິ່ນນັ້ນ.
ສວນກ້າເບ້ຍຊາຈາກໝາກຊາ:
ສະຖານທີ່ທີ່ຈະສ້າງສວນກ້າຕ້ອງມີຄວາມຮາບພຽງດີ, ຫຼື ຄ້ອຍຊັນເລັກນ້ອຍ, ເປັນດິນຜູຜຸ່ຍ, ໃກ້ນໍ້າ, ລະບາຍນໍ້າໄດ້ດີໃນລະດູຝົນ ແລະ ສະດວກໃນການບົວລະບັດຮັກສາຕະຫຼອດລະດູການທີ່ເບ້ຍຊາຢູ່ໃນສວນເບ້ຍ. ພ້ອມກັນນັ້ນ, ຄວນມີຮົ້ວປອກກັນສັດລ້ຽງທີ່ອາດຈະມາທໍາລາຍ. ໜານກ້າຄວນຍົກສູງປະມານ 10-30 ຊມ, ໜານກ້າກ້ວາງປະມານ 1 ມ, ສ່ວນລວງຍາວແມ່ນຂຶ້ນກັບສະຖານທີ່. ອີງຕາມສະພາບອາກາດ ແລະ ເງື່ອນໄຂທີ່ເໝາະສົມ, ການກ້າແກ່ນຄວນເຮັດກ່ອນເດືອນ 2 ແລະ ຖ້າເຮັດໄດ້ໃນລະຫວ່າງເດືອນ 9 ຫາຕົ້ນເດືອນ 10 ກໍ່ເປັນການດີ, ເພາະແສງແດດຈະບໍ່ກ້າແຮງ. ການກ້າມີ 2 ວິທີ່ຄືກ້າໃສ່ເບົ້າ ແລະ ການກ້າໃສ່ໜານຢາຍແກ່ນຢ່າງສະໝໍ່າສະເໝີປະມານໝາກຊາ 0.37-0.45 ກລ/ມ². ຖ້າມີເງື່ອນໄຂຄວນໃສ່ ແລະ ປະສົມຝຸ່ນຊີວະພາບ, ຝຸ່ນຄອກ ຫຼື ຂີ້ແກບໃນອັດຕາ 1.50-2.25 ກລ/ມ². ສ່ວນການກ້າໃສ່ເບົ້າ, ແມ່ນໃຫ້ກຽມດິນ (3 ສ່ວນ) ປະສົມຝຸ່ນຄອງ ຫຼື ຝຸ່ນບົມ ແລະ ຂີ້ແກບ (1 ສ່ວນ), ປະສົມໃຫ້ເຂົ້າກັນ ແລ້ວຮ່າຍໃສ່ເບົ້າທີ່ມີຂະໜາດປະມານ 10-12x16-18 ຊັງຕີແມັດ. ເຈາະຮູຢູ່ພື້ນເບົ້າປະມານ 5-6 ຮູ ເພື່ອໃຫ້ສະດວກໃນການລະບາຍນໍ້າ. ຫົດນໍ້າໃສ່ເບົ້າເພື່ອໃຫ້ດິນຊຸ່ມກ່ອນ ແລ້ວຈິ່ງເອົາໝາກຊາທີ່ກຽມໄວ້ຍັດໃສ່ກາງເບົ້າ ດ້ວຍຄວາມເລີກເລັກນ້ອຍ ແລ້ວຈິ່ງຫົດນໍ້າຕື່ມເພື່ອຮັກສາຄວາມຊຸ່ມ.
ຫຼັງຈາກກ້າແກ່ນສໍາເລັດແລ້ວຕ້ອງ, ໄດ້ບົວລະບັດຮັກສາເຊັ່ນ: ຫົດນໍ້າ 5-7 ວັນ/ເທື່ອ ຫຼື 10-15 ວັນ/ເທື່ອ ຖ້າມີເຟືອ ຫຼື ຜ້າກະແສກັນແດດ, ຫຼົກຫຍ້າຢ່າງສະໝຳສະເໝີ. ເມື່ອມີຝົນພຽງພໍໃຫ້ເຮື້ເຮືອນຮົ່ມ ຫຼື ເຟືອງອອກ ແລະ ເພີ່ມຄວາມຖີ່ຂອງການຫົດນໍ້າ ແລະ ຄ່ອຍໆຫົດໜ້ອຍລົງ. ຫຼັງຈາກທີ່ເບ້ຍຊາໃຫຍ່ ແລະ ມີອາຍຸປະມານ 8-12 ເດືອນ, ມີຄວາມສູງປະມານ 20 ຊມ ແລະ ມີໃບປະມານ 6-8 ໃບຈິ່ງນຳເບ້ຍຊາທີ່ແຂງແຮງດີໄປປູກ.
ເຕັກນິກການປູກ:
ໃນກໍລະນີປູກທົ່ວໄປ, ໃຫ້ເລີ້ມປູກແຕ່ເດືອນ 6, ຫຼັງຈາກກຽມດິນແລ້ວໃຫ້ຄຸດຂຸມປະມານ 20-40x40x40 ຊັງຕີແມັດ, ປູກ ລະດັບຄວາມຫ່າງປະມານ 1x1.5 ແມັດ ຫຼື ຫ່າງກວ່ານັ້ນ ແລ້ວແຕ່ຄວາມໜາບາງຂອງຍອດປົກຄຸມ ແລະ ແນວພັນຊາ, ແຕ່ ແນະນຳໃຫ້ປູກເປັນແຖວເພື່ອສະດວກໃນການບົວລະບັດຮັກສາ ແລະ ເກັບຍອດໃບຊາ. ສ່ວນສະຖານ ທີ່ປູກ ບໍ່ຄວນ ມີຄວາມຄ້ອຍຊັນເກິນ 25-30 ອົງສາ. ຫຼັງຈາກປູກແລ້ວ, ຄວນມີການບົວລະບັດຮັກສາ ເປັນຕົ້ນແມ່ນ ການ ຕິດຕາມ ກວດຄືນພາຍໃນ 1-3 ເດືອນທໍາອິດ. ຖ້າມີຕົ້ນຕາຍຄວນ ມີການປູກສາມຄືນ. ນອກນັ້ນ, ຄວນຕ້ອງເອົາໃຈໃສໃນການອະນາໄມ, ເສຍຫຍ້າອ້ອມຕົ້ນຊາປູກໃໝ່ໃນໄລຍະທີ່ປູກໄດ້ 3, 6, 9 ເດືອນ. ຫຼັງຈາກນັ້ນ ຢ່າງໜ້ອຍຕ້ອງມີການ ເສຍຫຍ້າ ປີລະຄັ້ງ ໂດຍສະເພາະແມ່ນຢູ່ໃນລະຫວ່າງເດືອນ 11 ຫາເດືອນ 2. ໃນກໍລະນີທີ່ມີເງື່ອນໄຂ, ຄວນໃສ່ຝຸ່ນບົ່ມ ຫຼື ຝຸ່ນຄອກໃນອັດຕາປະມານ 15 ໂຕນ/ເຮັກຕາ.
ໃນກໍລະນີຂຸດຄອງ ແລະ ປູກເປັນແຖວ, ໃຫ້ຂຸດເປັນຄອງຕາມແລວຄອຍຊັນຂອງພູ ດ້ວຍໄລຍະຫ່າງປະມານ 1.5-2 ແມັດ ແລ້ວ ແຕ່ຄວາມຊັນຂອງພູ. ຫຼັງຈາກນັ້ນ, ໃຫ້ຄຸດຂຸມຕາມຄອງ ແລະ ຫ່າງຈາກຄອງປະມານ 20 ຊັງຕີແມັດ. ສ່ວນໄລຍະຫ່າງ ລະຫວ່າງຂຸມປະມານ 50-100 ຊັງຕີແມັດ. ໃນກໍລະນີທີ່ມີເງື່ອນໄຂ, ຄວນໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມປະມານ 1-2 ກິໂລ/ຂູມ ຫຼື ປະມານ 10-20 ໂຕນ/ເຮັກຕາ.
ການເສຍຫຍ້າ ແລະ ການພວນດິນ:
ຕ້ອງອະນາໄມຫຍ້າສວນຊາໃຫ້ກ້ຽງ ແລະ ເຮັດໃນຊ່ວງ ເດືອນ 11-2 ແລະ ເດືອນ 7-8. ພາຍຫຼັງເສຍຫຍ້າ, ຕ້ອງ ປົກ ຄຸມ ໂຄນຕົ້ນດ້ວຍເສດຫຍ້າ, ພືດຂຽວ (ຕົ້ນໄມ້ຝຸ່ນຂຽວ) ແນ່ໃສ່ຄຸມຫຍ້າ, ຕ້ານການກັດເຊາະຂອງນ້ຳເວລາຝົນຕົກແຮງ. ໃນຊ່ວງ ລະດູໜາວ: ຕ້ອງເສຍຫຍ້າໃຫ້ກ້ຽງ, ພວນດິນເລິກ 10-15 ຊຕມ ຫວ່າງກາງສອງແຖວ, ໃສ່ຝຸ່ນຄອກ. ສວນທີ່ໄດ້ຮັບການ ເອົາຫຍ້າປົກຄຸມດີໃນລະດູໜາວຈະຫຼຸຸດຜ່ອນການເສັຍຫຍ້າໃນລະດູແລ້ງ. ໃນປີຕ້ອງເສຍຫຍ້າອ້ອມໂຄນຕົ້ນ ສອງຟາກຂ້າງ 2-3 ເທື່ອ ກວ້າງ 30-40 ຊຕມ. ໃນຊ່ວງຕົ້ນຊາອາຍຸ 1 ປີ, ການຫຼົກຫຍ້າດ້ວຍມືທີ່ໂຄນຕົ້ນຊາແມ່ນວິທີເໝາະສົມທີ່ສຸດ.
ເຕັກນິກການຕັດແຕ່ງກິ່ງງ່າ:
•    ການຕັດແຕ່ງຊົງພຸ່ມຈະຕັດແຕ່ງໄດ້ເມື່ອເວລາຕົ້ນຊາຢູ່ໃນສວນມີລວງສູງປະມານ 65-70 ຊຕມ ແລະ ໜ້າຕ້າງໂຄນຕົ້ນ 1 ຊຕມ ຂຶ້ນໄປ. ການຕັດແຕ່ງຄັ້ງທີ່ຶ່ງ ເລີ້ມຕົ້ນເມື່ອເວລາ ຕົ້ນຊາມີອາຍຸ 2 ປີ ໂດຍການຕັດລຳຕົ້ນ ໃຫ້ສູງຈາກໜ້າດິນ 20-25 ຊຕມ, ຕັດງ່າຂ້າງສູງຈາກໜ້າດິນ 35-45 ຊຕມ. ການຕັດແຕ່ງຊົງພຸ່ມຄັ້ງທີ່ສອງເລີ້ມ ຕົ້ນເມື່ອເວລາຕົ້ນຊາມີອາຍຸ 3 ປີ ຕັດລຳຕົ້ນສູງຈາກໜ້າດິນ 30-35 ຊຕມ, ຕັດງ່າຂ້າງສູງຈາກໜ້າດິນ 40-45 ຊຕມ.;
•    ການຕັດແຕ່ງປັບປຸງເຮືອນຍອດ ແມ່ນໃຫ້ເລີ້ມຕົ້ນເມື່ອເວລາຕົ້ນຊາມີອາຍຸ 4 ປີ. ໃນຊ່ວງ 2 ປີທໍາອິດຂອງການຕັດແຕ່ງ, ຕັດຍັບຂຶ້ນຄັ້ງລະ 5 ຊຕມ ຂອງຮອຍຕັດເກົ່າ. ຫຼັງຈາກນັ້ນແຕ່ລະປີຕັດ ຍັບຂຶ້ນຕື່ມ 3 ຊຕມ ສູງຈາກຮອຍຕັດເກົ່າ. ເມື່ອເວລາຮອດຮອບສຸດທ້າຍສູງເຖິງ 70 ຊຕມ. ຈາກໜ້າດິນ, ແຕ່ລະປີຈະຕັດຍັບຂຶ້ນອີກ 1 ຊຕມ ຈາກຮອຍຕັດເກົ່າ.

ການປະກອບສ່ວນ