ເຕັກນິກການປູກແຕ່ງຊາ

ຊາດຶ່ມແຕ່ລະປະເພດທີ່ການປຸງແຕ່ງທີ່ແຕກຕ່າງກັນ, ຍອດໃບດິບຫຼັງຈາກທີ່ເກັບມາແລ້ວອາດມີການຄັດ ແຍກເອົາສິ່ງເຈືອປົນ ຕ່າງໆ ອອກ. ຫຼັງຈາກນັ້ນ ຈະມີການເບີຍລົມເພື່ອເຮັດໃຫ້ຄວາມຊຸ່ມຂອງຍອດໃບຫລຸດລົງກ່ອນທີ່ຍອດໃບຈະຖືກນຳໄປຂົ້ວ ຫຼື ນວດ. ຮູບຂ້າງລຸ່ມສະແດງໃຫ້ເຫັນຂັ້ນຕ່ອນຕ່າງໆໃນການຜະລິດຊາດຶ່ມແຕ່ລະປະເພດແຕກຕ່າງກັນ. ໂດຍທົ່ວໄປ, ຫຼັງຈາກທີ່ມີການປຸ່ງແຕ່ງ ແລ້ວອາດຈະມີການເຄັດແຍກເກຼັດ ຫຼື ເອົາສິ່ງປະປົນຕ່າງໆອອກກ່ອນຈະມີການຫຸ້ມຫໍ່ ແລະ ຈໍານ່າຍ. ສ່ວນເຕັກນິກ ການ ປຸງແຕ່ງຕົວຈິງແມ່ນຂຶ້ນກັບຄວາມຊຳນານ ແລະ ວິທີ່ການຂອງແຕ່ລະບໍລິສັດ ຫຼື ຊາວກະສິກອນແຕ່ລະຄົນ ແລະ ຄຸນນະພາບຂອງການປຸງແຕ່ງກໍ່ອາດຈະແຕກຕ່າງກັນ.

ແກ່ວອຸດອນ

ເຕັກນິກການປຸງແຕ່ງຊາຕາກແຫ້ງ (ເໝົາຊາ)
ຊາຕາກແຫ້ງ ຫຼື ເໝົາຊາ ເປັນຊາເຄິ່ງສໍາເລັດຮູບທີ່ຜະລິດຂຶ້ນມາເພື່ອນຳໄປປຸງແຕ່ງເປັນຊາປ່ຽງ (ຊາພູເອີ). ໂດຍທົ່ວໄປ, ການ ຜະລິດຊາແຫ້ງແມ່ນປະກອບດ້ວຍ 4 ຂັ້ນຕອນຫຼັກໆຄື: 1) ເກັບຍອດໃບຊາດິບ (1 ຍອດກັບ 2 ໃບ) ແລະ ເບີຍລົມປະໄວ້ເພື່ອ ໃຫ້ຍອດໃບສະເດັດນຳ ແລະ ເຮັດໃຫ້ເວລາຂົ້ວບໍ່ມີຍອດ ຫຼື ໃບຫັກງ່າຍ; 2) ນຳເອົາຍອດໃບທີ່ຍອບ ແລ້ວໄປ ຂົ້ວ ຈົນ ໃຫ້ຍອດໃບພັນເຂົ້າກັນ. ໃນບາງກໍລະນີ, ມີການນວດພໍປະມານ ແຕ່ປະຈຸບັນສ່ວນຫຼາຍແມ່ນບໍ່ນິຍົມນວດ; 3) ນຳເອົາຊາ ທີ່ຂົ້ວ ແລ້ວໄປຕາກແດດຈົນແຫ້ງດີ ຫຼື ນຳໄປອົບຈົນໃຫ້ເຫຼືດຄວາມຊຸ່ມບໍ່ເກີນ 5% ແລະ 4) ຫຼັງຈາກຕາກ ຫຼື ອົບແຫ້ງດີແລ້ວໃຫ້ນຳມາ ໃຈ້ເພື່ອແຍກເອົາສິ່ງເຈືອປົນອອກ, ຫຼັງຈາກນັ້ນ ໃຫ້ນຳໄປເກັບຮັກສາໃນເຂດທີ່ອາກາດປອດປົ່ງ ແລະ ບໍ່ມີກິ່ນຂອງອາຫານ ຫຼື ສິ່ງຂອງອື່ນໆປະປົນ.

ເຕັກນິກການປຸງແຕ່ງຊາຂຽວ:
ວິທີ່ການປຸ່ງແຕ່ງຊາຂຽວແມ່ນຄ້າຍຄືກັບການປຸງແຕ່ງຊາແຫ້ງ ຫຼື ເໝົາຊາ, ສິ່ງສໍາຄັນສໍາລັບຊາຂຽວແມ່ນມີການນວດ ຫຼັງຈາກນັ້ນ ແມ່ນຕ້ອງນຳມາຂົ້ວຕື່ມຈົນແຫ້ງເລີຍ. ການປຸງແຕ່ງຊາຂຽວແມ່ນປະກອບດ້ວຍ 4 ຂັ້ນຕອນສໍາຄັນຄື: 1) ເກັບຍອດໃບຊາດິບ (1 ຍອດກັບ 2 ໃບ) ແລະ ເບີຍລົມປະໄວ້ເພື່ອໃຫ້ຍອດໃບສະເດັດນຳ ແລະ ເຮັດໃຫ້ເວລາຂົ້ວບໍ່ມີຍອດ ຫຼື ໃບຫັກງ່າຍ. 2) ນຳເອົາຍອດໃບທີ່ຍອບແລ້ວໄປຂົ້ວປະມານ 10-15 ນາທີ. 3) ນຳເອົາຊາທີ່ຂົ້ວແລ້ວໄປນວດປະມານ 10 ນາທີ, ຂັ້ນຕອນ ນີ້ອາດນວດດ້ວຍມື ຫຼື ດ້ວຍເຄື່ອງນວດກໍ່ໄດ້ ແລະ 4) ນຳເອົາຊາທີ່ນວດແລ້ວໄປຂົ້ວຕື່ມປະມານ 3-4 ຊົ່ວໂມງຈົນຊາແຫ້ງດີ, ໃນລະດັບຄວາມຊຸ່ມບໍ່ກາຍ 5%. ຊາທີ່ຂົ້ວແຫ້ງດີແລ້ວໃຫ້ນຳມາໃຈ້ເພື່ອແຍກເອົາສິ່ງເຈືອປົນອອກ, ຫຼັງຈາກນັ້ນ ໃຫ້ນຳໄປເກັບຮັກສາໃນເຂດທີ່ອາກາດປອດປົ່ງ ແລະ ບໍ່ມີກິ່ນຂອງອາຫານ ຫຼື ສິ່ງຂອງອື່ນໆປະປົນ.

ເຕັກນິກການປຸງແຕ່ງຊາແດງ:
ເກັບຍອດໃບຊາດິບ (1 ຍອດກັບ 2 ໃບ) ໃນຕອນເຊົ້າ ຫຼັງຈາກນັ້ນ ເບີຍລົມຈົນເຖິງຕອນເຊົ້າຂອງມືຕໍ່ໄປ. ນຳເອົາຍອດໃບຊາດິບທີ່ເບີຍລົມແລ້ວມານວດໃສ່ກະດົ່ງ ຫຼື ເຄື່ອງນວດປະມານ 15-20 ນາທີ. ເອົາຊາທີ່ນວດແລ້ວເຮັດເປັນກອງ, ໃຊ້ຖົງຢາງ ຫຼື ເປົາປ່ານປົກໃຫ້ແຈບດີ (ບໍ່ໃຫ້ລົມເຂົ້າ) ປະມານ 30-45 ນາທີ (ໄລຍະເວລາຂອງການໝັກແມ່ນຂຶ້ນກັບຄວາມຮ້ອນຂອງອາກາດ ແລະ ຄວາມຊຸ່ມ) ຈົນກວ່າຊາມີການທໍາປະຕິກິລິຍາ ແລະ ປ່ຽນເປັນສີທອງແກມແດງອ່ອນ. ຫຼັງຈາກນັ້ນ, ຈິ່ງນຳຊາທີ່ໝັກແລ້ວໄປຕາກແດດ ຫຼື ອົບດ້ວຍເຄື່ອງຈັກຈົນແຫ້ງດີ.

ການປະກອບສ່ວນ