ສີ່ງທີທ້າຍ

•   ສປປ ລາວ ມີວັດທະນະທໍາຊາທີ່ຈໍາກັດ, ປະຊາຊົນລາວສ່ວນຫຼາຍຍັງບໍ່ຮູ້ຄຸນປະໂຫຍດ ແລະ ຄຸນຄ່າຂອງຊາລາວ.
•   ສປປ ລາວ ມີບຸກຄະລາກອນສະເພາະດ້ານຊາທີ່ຈໍາກັດ ພິເສດແມ່ນດ້ານການປຸງແຕ່ງ, ການປະເມີນ ແລະ ການກວດ ສອບຄຸນນະພາບການຜະລິດ ແລະ ການປຸງແຕ່ງຊາ. 
•   ຍັງບໍ່ມີແຜນງານການສົ່ງເສີມສະເພາະດ້ານຊາຄືກັບປະເທດອື່ນທີ່ຜະລິດຊາ. ໂດຍທົ່ວໄປ, ຍັງຂາດຄວາມຮັບຮູ້ ກ່ຽວກັບ ຂະແໜງຊາ ແລະ ຊັບພະຍາກອນຊາລາວ. 
•   ມີການນຳເຂົ້າຊາທີ່ມີລາຄາຖືກ ແລະ ຄຸນນະພາບຈາກປະເທດເພື່ອນບ້ານ. 
•   ເອື່ອຍອີງໃສ່ການຂາຍຊາຕາກແຫ້ງໄປຕະຫຼາດຊາຢຸນານເປັນສ່ວນໃຫຍ່. ການເຊື່ອມໂຍງ ແລະ ການຮັບຮູ້ຊາລາວຂອງ ຕະຫຼາດອື່ນໆມີໜ້ອຍຫຼາຍ. 
•   ຂະແໜງຊາຂອງ ສປປ ລາວ ຍັງມີຂະໜາດນ້ອຍ ແລະ ການພັດທະນາຂະແໜງຊາຫາກໍ່ລິເລີມ.

ຂໍ້ສະເໜີແນະ

•  ພັດທະນາ, ທົດລອງ ແລະ ສາທິດການປັບປຸງລະບົບການຜະລິດແບບອິນຊີທີ່ສາມາດຊ່ວຍໃຫ້ຊາວກະສິກອນຊາ ມີຜົນ ຜະລິດ ແລະ ລາຍຮັບສູງຂຶ້ນ. ເຕັກນິກການປູກແບບອິນຊີແມ່ນຕ້ອງໄດ້ປູກຫ່າງສົມຄວນ, ນຳໃຊ້ຕົ້ນທືນໜ້ອຍ ແລະ ຄວາມໜາແໜ້ນຂອງຕົ້ນໜ້ອຍຕາມທີ່ຊາວກະສິກອນປະຕິບັດຢູ່ ແລະ ເພາະປູກຂະຫຍາຍຢູ່ເຂດອື່ນ. 
•  ດຳເນີນການຝືກອົບຮົມການປຸງແຕ່ງຊາດ້ວຍມືທີ່ມີນັກສໍາມະນາກອນຈາກຫຼາຍເຂດແຂວງພາກເໜືອ. ຝືກອົບຮົມ ການ ປຸງແຕ່ງເໝົາຊາ, ຊາແດງ, ຊາຂຽວ ແລະ ຊາຂາວ. ຖ້າເປັນໄປໄດ້, ສວຍໃຊ້ຕະຫຼາດປາຍທາງ ໃຫ້ເປັນຄູຝືກເພື່ອ ຊ່ວຍ ໃນການປະເມີນ ຄຸນນະພາບ ແລະ ຕີລາຄາ. ເຊື້ອເຊີນຜູ້ຊື້ຈາກຕະຫຼາດຊາທີ່ມີລາຄາແພງທີ່ມີຄວາມສົນໃຈເຂົ້າຮ່ວມ ແລະ ໃຫ້ການຝືກສອນ. 
•  ດຳເນີນການລົງທືນສະເພາະເຂດ ທີ່ເປັນຂະໜາດນ້ອຍຢູ່ໃນເຂດຊາທີ່ມີທ່າແຮງສູງເພື່ອເອື້ອອຳນວຍໃຫ້ແກ່ ການ ຂະຫຍາຍວອ່ງໄວຂຶ້ນ ໂດຍສົມທົບທືນໃນການສ້າງວິສະຫະກິດຊາຂະໜາດກາງ ແລະ ຂະໜາດນ້ອຍ.
•  ອຳນວຍຄວາມສະດວກໃນການຈັດຕັ້ງໜ່ວຍພັດທະນາຊາສະເພາະກິດຂັ້ນແຂວງ ຫຼື ຂັ້ນເມືອງທີ່ມີຫຼາຍ ພາກສ່ວນ ເຂົ້າຮ່ວມ ເພື່ອສ້າງຈິດສໍານຶກ ແລະ ສະໜັບສະໜູນໃຫ້ແກ່ການພັດທະນາຂະແໜງຊາ. 
•  ດຳເນີນການສືກສາລະອຽດເຖີງຄຸນລັກສະນະດ້ານພືກສາສາດ ແລະ ພັນຕຸກຳຂອງຊັບພະຍາກອນຊາລາວ, ພິເສດແມ່ນ ຊາປ່າທໍາມະຊາດ. 
•  ປັບປຸງການຮັກສາເຂດທີ່ມີຄວາມອຸດົມສົມບູນທາງຊີວະນາໆພັນ ເພື່ອຮັກສາຊັບພະຍາກອນທໍາມະຊາດຂອງລາວ. 
•  ດຳເນີນການສືກສາລະອຽດກ່ຽວກັບຊາແຕ່ລະເຂດເພື່ອເມີນຄຸນນະພາບຊາ ແລະ ຫາຊ່ອງທາງໃນການເຊື່ອມໂຍງ ເຂົ້າເຖີງຕະຫຼາດ. 
•  ສະໜັບສະໜູນໃຫ້ຕະຫຼາດຊາພາຍໃນປະເທດມີການຂະຫຍາຍຕົວໂດຍຜ່ານຊື່ ໂຄສະນາຕ່າງໆ, ສົ່ງເສີມວັດທະນະທໍາຊາ ແລະ ຄຸນປະໂຫຍດ ຂອງການດື່ມຊາທີ່ມີຕໍ່ສຸຂະພາບ ແລະ ຄວາມພິເສດຂອງຊາລາວ. 

ການປະກອບສ່ວນ