ໂພຊະນາການ ແລະ ອົງປະກອບຂອງທາດ

ໂດຍຜົນຂອງການວິໃຈຕົວຢ່າງຊາຂອງ ສປປ ລາວ ຈໍານວນໜື່ງສະແດງໃຫ້ເຫັນວ່າ: ໂດຍທົ່ວໄປ ຄວາມຊຸ່ມແມ່ນຍັງຢູ່ໃນລະດັບສູງປະມານ 6.1-12.5%, ສ່ວນປະລິມານທາດເຄທຈີນ ແມ່ນຢູີໃນລະຫວ່າງ 5.83-14.06%, ທາດໂປລີຟີໂນ ແມ່ນຢູ່ໃນລະຫວ່າງ 10.18-17.27%. ໂດຍທົ່ວໄປ, ຕົວຢ່າງຊາເຫຼົ່ານີ້ແມ່ນມີກິນຫອມ, ລົດຊາດດີ ແລະ ມີທ່າແຮງໃນການຜະລິດເປັນສິນຄ້າ ແລະ ມີຄວາມຕ້ອງການຂອງຕະຫຼາດ. ລາຍລະອຽດມີຢູ່ໃນ ຕາຕະລາງດັ່ງລຸ່ມນີ້:

ແຂວງ

ຄວາມຊຸ່ມ ການລະລາຍນໍ້າ ເຄທຈີນ ໂປລີຟີໂນ ຄາເຟອິນ ທິອທິນ ຄໍາເຫັນຂອງຊ່ຽວຊານຊາ
ອຸດົມໄຊ 6.1 27.9 10.3 12.55 3.89 1.06 ກິນຫອມ, ລົດຊາດດີ, ມີທ່າແຮງສູງ
ຊຽງຂວາງ 9 35.3 14.06 17.27 5.64 1.82 ກິນຫອມ, ລົດຊາດດີ, ມີທ່າແຮງຫຼາຍ
ໄຊຍະບູລີ 11.2 29.6 5.83 10.18 4.32 2.04 ລົດຊາດຟາດຕິດຄໍ, ຫວານ, ຫອມດີ
ຜົ້ງສາລີ 9.1 31.2 12.25 13.72 3.85 1.52 ກິນຫອມດີ, ລົດຊາດດີ, ເປັນຊາທີ່ດີ
ຫົວພັນ 9 30.4 7.03 11.4 4.3 1.87 ຫວານ, ຫອມດີ, ມ່ອນຄໍ, ເປັນຕາສົນໃຈ
ຜົ້ງສາລີ 12.5 31.9 7.86 13.8 4.69 1.69 ຂົມ, ຫອມດີ, ເປັນຕາສົນໃຈຫຼາຍ

ແຫຼ່ງຂໍ້ມູນ: ສະຖາບັນວິໃຈຊາໄຕຫວັນ, 2011 ແລະ ຄໍາເຫັນຂອງຊ່ຽວຊານຊາ

ການປະກອບສ່ວນ