ເຫັດຂ້ອນຂາວ / White Log Mushroom

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Lentinus squarrosulus Mont. / Polyporaceae
ຊື່ພ້ອງ
Lentinus bavianus Pat., Lentinus caespitosus Curr., Lentinus crenulatus Massee, Lentinus cretaceus Berk. & Broome, Lentinus curreyanus Sacc. & Cub., Lentinus hygrometricus Berk., Lentinus inconspicuus Berk., Lentinus leucochrous Lév., Lentinus lobatus Berk. & Broome, Lentinus manipularis Berk. & Broome, Lentinus melanopus Pat., Lentinus molliceps Fr.
ຊື່ອື່ນ
ເຫັດຂາວ (Het khao)
Thai: Het khon khao
Chinese: 翹鱗香菇 (Qiào lín xiānggū)
ບັນຍາຍລັກສະນະພືດສາດ

ດອກເຫັດ ກວ້າງ 1−12 ຊມ, ຮູບລຳໂພງ ແລະ ຄັນຮົ່ມ, ແຫ້ງ, ໂປ້ງແສງ, ບໍ່ລຽບ, ຈະມີເກັດໜ້ອຍໆ ແລະ ໃຫຍ່ປະສົມກັນກະຈາຍທົ່ວ, ຂອບດອກເຫັດຈະກົ່ງໂຄ້ງລົງ. ກ້ານດອກເຫັດ ຂະໜາດ 1−6 ຊມ x 2.5−7 ມມ, ສ້ວຍໂຄນໃຫຍ່ຫາປາຍ, ມີຄວາມສົມມະມາດ, ຫາຍາກສົມມະມາດດ້ານຂ້າງ, ຮຽວຍາວ, ເນື້ອເປັນເສັ້ນໃຍ, ມີເກັດກະຈາຍທົ່ວ, ບາງຄັ້ງປົກຄູ້ມດ້ວຍຂົນຫຍຸ້ຍໆບໍລິເວນປາຍກ້ານ. ກີບເປັນຮ່ອງເລີມ, ຈຸ້ມກັນ, ເປັນເສັ້ນນ້ອຍໆ, ມີ 38−60 ເສັ້ນ, ກວ້າງ 1.5−9 ມມ, 4−6 ເທື່ອ, ແຕກອອກໃກ້ກັບປາຍກ້ານ, ບາງຄັ້ງເປັນແບບຄ້າຍຕານ່າງ ແລະ ລຽບ. ເສັ້ນໃຍຈະມີຫຼາຍຢູ່ໂຄນກ້ານ. ດອກສົດ ໜາ 1−2.5 ມມ ໃນເຄີີ່ງກາງດອກ,ເມື່ອແຫ້ງແລ້ວຈະແຂງ. (www.mycobank.org)

ບັນຍາຍການນຳໃຊ້

ອາຫານ:

  • ເປັນເຫັດທີ່ມີຄວາມນິຍົມໃນລາວສຳລັບໃຊ້ເປັນອາຫານ ໂດຍສະເພາະແມ່ນແກງ. ດອກທີ່ເໝາະສົມ ສໍາລັບ ປຸ່ງແຕ່ງອາຫານແມ່ນຈະມີຂະໜາດ 2−8 ຊມ, ຈະເປັນສີຂາວປົນສີນ້ຳຕານແກ່ຈະບໍ່ແຊບ. ນອກຈາກແກງ ແລ້ວ ກໍ່ຍັງສາມາດປີ້ງໃຫ້ສຸກປະມານ 15 ນາທີ.

ສັບພະຄຸນ:

  • ມີສານຕ້ານອານຸມູນອິດສະຫຼະ ຊ່ວຍປ້ອງກັ່ນ ແລະ ຢັ້ບຢັ້ງການເກີດໂຣກມະເຣັງ
  • ຊ່ວຍບຳລຸງກຳລັງ ເຮັດໃຫ້ຮ່າງກາຍແຂງແຮງ
  • ຊ່ວຍເຮັດໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີເປັນປົກກະຕິ ບໍ່ເປັນພະຍາດລິດຊີດວງທະວານ
  • ຊ່ວຍແກ້ພິດໄຂ້ ແລະ ຂັບຂອງເສຍອອກຈາກຮ່າງກາຍ
  • ຊ່ວຍປ້ອງກັ່ນການເຊື່ອມສະມັດຕະພາບທາງເພດ
  • ຊ່ວຍປ້ອງກັ່ນພະຍາດເບົາຫວານ
  • ຊ່ວຍຢືດອາຍຸໃຫ້ແກ່ຜູ້ປ່ວຍໂຣກເອດ ຫຼື HIV
  • ເຮັດໃຫ້ລະດັບຄໍເຣສເຕີຮໍ ແລະ ລະດັບນ້ຳຕານຢູ່ໃນເກນປົກກະຕິ, ບໍ່ອຸດຕັນເສັ້ນເລືອດ
  • ຊ່ວຍໃຫ້ລະບົບໄຫຼວຽນເລືອດພາຍໃນຮ່າງກາຍດີຂື້ນ
  • ເຮັດໃຫ້ເກີດພາວະສົມດຸນຂອງລະບົບຕ່າງໆພາຍໃນຮ່າງກາຍ.

 

ການປະກອບສ່ວນ