ໜໍ່ຫຼອຍເປັນໄມ້ປ່ອງຊະນິດໜື່ງທີ່ເກີດຕາມທຳມະຊາດ ໂດຍ ມີການເກີດຮ່ວມກັບ ພືດຊະນິດຕ່າງໆ. ສ່ວນຫຼາຍຫຼັງຈະປະຊາຊົນແພ້ວຖ່າງຊົນເພື່ອປູກເຂົ້າແລ້ວ ໄດ້ປູກໜໍ່ຫຼອຍສະຫຼັບໄປພ້ອມ. ນອກນັ້ນຍັງມີພືດຊະນິດອື່ນໆທີ່ເປັນພືດລະດູດຽວສາມາດເກັບຜົນລະຜິດໄດ້ຄ້າຍຄືກັບເຂົ້າ ເຊັ່ນ: ຖົ່ວດິນ, ຖົ່ວເຫຼືອງ, ຖົ່ວພູ, ຖົ່ວຄັ່ງ, ຖົ່ວຝັກຍາວ, ຂີງ, ຂ່າ, ງາດຳ, ໝາກເຜັດຂີ້ໜູ, ໝາກເຂືອ, ໝາກອຶ, ໝາກເລັ່ນ, ໝາກແຕ່ງ, ໝາກຫຸ່ງ ແລະ ອື່ນໆ, ສາມາດປູກສະຫຼັບກັບໜໍ່ຫຼອຍໄດ້. ຫຼັງຈາກເກັບກ່ຽວຜົນຜະລິດຈາກການປູກພືດແຊມແລ້ວ ຈະມີການບົວລະບັດໃຫ້ໜໍ່ລອຍຈະເລີນເຕິບໂຕຕໍ່ໄປ, ໃນລະດູຕໍ່ໄປຈະໄດ້ຮັບຜົນຜະລິດຈາກໜໍ່ຫຼອຍ. 

ໂດຍປົກກະຕິໃນທຳມະຊາດແລ້ວຈະເກີດໃນປ່າປະສົມປ່ຽນໃບ, ໃນພື້ນຄ່ອນຊັ້ນຕາມເຈີຍພູ, ຕົ້ນໄມ້ທີ່ມັກພົບໃນປ່າໜໍ່ຫຼອຍກໍ່ຕົ້ນໄມ້ດູ່, ໄມ້ດອກບານ, ຕົ້ນໝີ່, ຕົ້ນລີ້ນໄມ້... ນອກຈາກຕົ້ນໄມ້ແລ້ວຍັງມີໄມ້ປ່ອງຮ່ວມຕະກູນດຽວກັນເກີດຮ່ວມເຊັ່ນ: ໜໍ່ໄມ້ໄລ່, ໜໍ່ຂົມ ແລະ ໜໍ່ຊ່າງ... ສ່ວນພືດລົ້ມລຸກແມ່ນພວກຕົ້ນຫຍ້າຍຸ້ງ, ເຄືອຜັກບ້ວງ, ເຄືອຕົດໝາ ແລະ ອື່ນໆ. ໜໍ່ຫຼອຍເປັນພືດທີ່ທົນຕໍ່ຄວາມແຫງແລ້ງໄດ້ດີ, ມັກເກີດບ່ອນດິນປົນຊາຍ ແລະ ຫີນສີແດງ. 

Contribute