ຕົ້ນຖົ່ວເຫຼືອງ / Soya Bean

Use
Food
Income
Medicine
Scientific Name / Family
Glycine max (L.) Merr. / Papilionaceae
Synonyms
Dolichos soja L.
Glycine angustifolia Miq.
Glycine gracilis Skvortsov
Glycine hispida (Moench) Maxim.
Glycine max subsp. max
Phalseolus max L.
Soja angustifolia Miq.
Soja hispida Moench
Soja japonica Savi
Soja max (L.) Piper
Soja soja H.Karst.
Soja viridis Savi
Other Names
ລາວ: ໝາກຖົ່ວເຫຼືອງ
ໄທ: ຖົ່ວພະເຫຼືອງ, ຖົ່ວແຮະ, ຖົ່ວເຫຼືອງ, ໝາກຖົ່ວເນົ່າ, ຖົ່ວໜັງ
Eng: Soya Bean
Botanical Description

ຖົ່ວເຫຼືອງເປັນພືດລົ້ມລຸກ, ຮາກຖົ່ວເຫຼືອງມີລະບົບຮາກແກ້ວ. ລຳຕົ້ນມີລັກສະນະເປັນພຸ່ມຂື້ນຊື່ ແລະ ເລືອພັນຄ້າງມີການແຕກກິ່ງ 0-24 ກິ່ງ, ຄວາມສູງປະມານ 5-150 ຊມ. ຈຳນວນຂໍ້ຕໍ່ຕົ້ນ 3-26 ຂໍ້. ໃບປະສົມ, ແບບສະລັບ,  ມີໃບຍ່ອຍ 3 ໃບ, ມີກ້ານໃບຮວມ ຍາວປະມານ 5-10 ຊມ. ດອກຖົ່ວເຫຼືອງອອກດອກເປັນຊໍ່, ດອກມີສີຂາວ ຫຼື ສີມ່ວງສີຂາວ. ດອກບານເຕັມທີ່ຈະມີຂະໜາດປະມານ 3-8 ມມ. ດອກເກີດຈາກຕາຂ້າງຕາມມຸມຂອງກ້ານໃບ. ຊໍ່ດອກໜຶ່ງໆມີດອກຕັ້ງແຕ່ 3-15 ດອກ. ໝາກຖົ່ວເຫຼືອງເກີດເປັນກຸ່ມໆລະ 2-10 ໝາກ ມີຂົນສີເທົາ ຫຼື ສີນໍ້າຕານ ໝາກມີຄວາມຍາວ 2-7 ຊມ ແຕ່ລະໝາກມີແກ່ນ 1-4 ແກ່ນໝາກອ່ອນຈະເປັນສີຂຽວ ເມືອແກ່ຈະເປັນສີນໍ້າຕານ ສີເທົາ. ແກ່ນຖົ່ວເຫຼືອງມີຮູບຮ່າງຂະໜາດທີ່ແຕກຕ່າງກັນຕັ້ງແຕ່ກົມ, ແປ, ຄ່ອນຂ້າງກົມ ແລະ ຍາວສີຂອງເປືອກແກ່ນຖົ່ວເຫຼືອງຈະມີຫຼາຍສີໂດຍທົ່ວໄປສີເຫຼືອງຈະມີເປືອກແກ່ນສີເຫຼືອງ ສີອື່ນໆທີ່ເຫັນໄດ້ແກ່ສີຂຽວ, ສີນໍ້າຕານ, ສີນໍ້າຕານອົມແດງ. 

Description of Use

ຖົ່ວເຫຼືອງໄດ້ຮັບຂະໜານນາມວ່າເປັນຣາຊາຖົ່ວ. ຖ້າກິນເປັນປະຈຳຈະຊ່ວຍປ້ອງກັນຫຼອດເລືອດແຂງຕົວ, ຮັກສາພະຍາດຄວາມດັນເລືອດສູງ, ພະຍາດຫົວໃຈ ແລະ ພະຍາດເບົາຫວານ. ຖົ່ວເຫຼືອງມີໂປຣຕິນ, ເລຊີທິນ ແລະ ອາຊິອາມິໂນ, ລວມທັ້ງມີແຄລຊຽມ, ຟົດສະຟໍຣັດ, ທາດເຫຼັກ, ໄນອະຊິນ, ວິຕາມິນບິ1 ແລະ ບິ2, ວິຕາມິນເອ ແລະ ອີ, ເຊິ່ງສາມາດກະຕຸ້ນການຈະເລີນເຕິບໂຕຂອງກະດູກ, ປ້ອງກັນການຂາດແຄລຊຽມໃນກະດູກ ແລະ ບຳລູງລະບົບປະສາດໃນສະໝອງ, ຫຼຸດລະດັບຄລໍເລສເຕິລໍ, ປ້ອງກັນການເກີດພະຍາດຫົວໃຈ ແລະ ຫຼອດເລືອດຕິບ, ປ້ອງກັນເລືອດຈາງ, ຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງ, ທາດສະກັດຈາກຖົ່ວເຫຼືອງອົບແຫ້ງມີປະສິດທິພາບຢັບຢັ້ງເອນໄຊມ໌ໄທໂຣຊິເນສ ແລະ ຕ້ານອະນຸມູລອິດສະລະ.

Contribute