ໜໍ່ຫຼອຍສາມາດເກັບໄດ້ໃນຊ່ວງລະດູຝົນ ແຕ່ເດືອນກໍລະກົດ ເຖິງເດືອນພະຈິກ ຫຼື ໃນຊ່ວງລະດູຝົນ. ເລືອກເອົາໜໍ່ທີ່ຍາວ 20-40 ຊມ, ຖ້າເອົາໜໍ່ສັ້ນເກີນໄປຈະໄດ້ປະລິມານໜ້ອຍ, ໜໍ່ຊະນິດນີ້ສາມາດເອົາໜໍ່ທີ່ຍາວໄດ້ ແລະ ເປັນໜໍ່ທີ່ອ່ອນດີ. ການເອົາໜໍ່ອາດຈະໃຊ້ມິດ, ພ້າ ຫຼື ສ້ຽມກໍ່ໄດ້, ຈາກນັ້ນກໍ່ເກັບໃສ່ຖົງ ແລ້ວເຮັດເປັນມັດ ຫຼື 1 ກິໂລຕໍ່ມັດ, ຫໍ່ດ້ວຍໃບຕອງກ້ວຍ ຫຼື ໃບຕອງຈີງໃຫຍ່, ເອົາໄປສົ່ງຂາຍຕາມຕະຫຼາດທ້ອງຖີ່ນທີ່ໃກ້ຄຽງ. ບາງຄົນກໍ່ປອກກາບແລ້ວຈື່ງເອົາໄປຂາຍ ຈະໄດ້ລາຄາດີກວ່າ. ໂດຍປົກກະຕິແລ້ວຊາວບ້ານຈະຫັກເອົາເລີຍ ເນື່ອງຈາກໜໍ່ຫຼອຍເປັນໜໍ່ຂະໜາດນ້ອຍ ບາງ, ວິທີຫຼັກແມ່ນໃຫ້ເນີ່ງໜໍ່ລົງເລັກນ້ອຍ ແລ້ວຫຼັກເລີຍ ຈາກນັ້ນກໍ່ເອົາໃຊ້ພາຊະນະບັນຈຸ ເຊັ່ນ: ເປົ້າ ຫຼື ຖົງພາຍ.

TABI
ໜໍ່ຫຼອຍທີ່ວາງຂາຍຕາມຕະຫຼາດທ້ອງຖີ່ນໃນຫົວພັນ

 

Contribute