ໜໍ່ຫຼອຍ / Nor Loy

Use
Food
Income
Ornamental
Shelter
Scientific Name / Family
Indocalamus petelotii (A.Camus) Ohrnb. / Poaceae
Synonyms
Arundinaria petelotii A.Camus
Sinarundinaria petelotii (A.Camus) T.Q.Nguyen
Other Names
ຫົວພັນ: ໜໍ່ຫຼອຍດີນ ຫຼື ໜໍ່ຫຼອຍຜາ
Botanical Description

ເປັນພືດລົ້ມລຸກຫຼາຍປີ. ເຫງົ້າຮຽວຍາວ, ເລືອຕາມພື້ນດິນແລ້ວປົ່ງເປັນຕົ້ນໃໝ່.  ລຳຕົ້ນສູງ 2-3 ມ, ເນື້ອໄມ້ແຂງ, ປ້ອງຈະຮຽວຍາວ, ກາບຈະບໍ່ຫຸ້ມໝົດປ້ອງ, ກ້ຽງ. ກີ່ງງ່ເກີດເປັນຈຸ້ມກັນຢູ່ປ້ອງ. ກາບໃບລຽບ, ກ້ຽງ, ຮູບກ່ຽວ, ໂຄນໃບເປັນແຜ່ນຍາວເຊື່ອມກັບກາບໃບ, ກ້ານໃບຍາວ 1 ຊມ. ລີ້ນໃບບໍ່ມີ. ແຜ່ນໃບຫຼົ່ນງ່າຍ, ຮູບໃບຫອກ, ຂະໜາດ 27-30 x 35-49 ຊມ, ເສັ້ນໃບ 14 ຄູ່, ເຫັນຊັດເຈນດ້ານລຸ່ມ, ປາຍໃບແຫຼມ. ຊໍ່ດອກແບບແຕກແໜງ, ກ້ານຕິດກັນ ຍາວ 12-20 ຊມ, ຊໍ່ດອກຍ່ອຍມີອັນດ່ຽວ, ຊໍ່ດອກຍ່ອຍທີ່ເປັນໜັນມີຈຳນວນຫຼາຍ, ກ້ານດອກຍາວ 5-40 ມມ. ຊໍ່ດອກຍ່ອຍມີ 6-7 ດອກ, ຈັບຢູ່ທີ່ປາຍຊໍ່ດອກ, ຊໍ່ດອກຮູບແຖບ, ອັນແໜ້ນດ້ານຂ້າງ, ຍາວ 25-30 ມມ, ກວ້າງ 5 ມມ. ແກນກາງຊໍ່ດອກມີປ້ອງຍາວ 3 ມມ. ດອກຍຍ່ອຍມີຂົນ, ຂົນຫາງຈະຍາວ 1 ມມ. ກາບມີຈຳນວນຫຼາຍ, ຈັບຢູ່ຖາວອນ, ສັ້ນກວ່າຊໍ່ດອກຍ່ອຍ. ກາບລຸ່ມ ຮູບໄຂ່ ຍາວ 3 ມມ, ປາຍແຫຼມ. ກາບເທີງ ຍາວ 6 ມມ, ມີເສັ້ນ 3-5 ເສັ້ນ, ມີຂົນອ່ອນນຸ້ມ, ມີຂົນຍາວທີ່ປາຍ, ປາຍແຫຼມ. ກີບດອກ ຮູບໄຂ່, ຍາວ 10 ມມ, 7 ເສັ້ນ, ກ້ຽງ, ປາຍຮຽວແຫຼມ. ກີບດອກລຸ່ມ ຍາວ 8.5 ມມ. ປາຍຈະມີຂະໜາດນ້ອຍ.  ເກສອນຜູ້ 3 ອັນ, ເຕົ້າໄຂ່ກ້ຽງ. ໝາກເນື້ອແຂງ.

Description of Use

ໜໍ່ຫຼອຍເປັນໜໍ່ໄມ້ຊະນິດໜື່ງທີ່ມີຄວາມນິຍົມນຳມາປະກອບເປັນເມນູອາຫານ ເຊັ່ນ: ແກງ ຫຼື ຊູບປົນກັບຜັກຊະນິດຕ່າງໆ. ນອກນັ້ນຍັງສາມາດເຮັດເປັນໜໍ່ໄມ້ແຫ້ງ ຫຼື ໜໍ່ໄມ້ດອງ. ໜໍ່ຊະນິດນີ້ສາມາດຫາກີນໄດ້ໃນຊ່ວງເດືອນກໍລະກົດ ເຖິງເດືອນຕຸລາ ເປັນໜໍ່ໄມ້ປະຈຳຖີ່ນຂອງພາກເໜືອ ໂດຍຊະນິດແມ່ນຫົວພັນ. ລຳຕົ້ນ ຫຼື ໄມ້ຫຼອຍຍັງສາມາດເຮັດເປັນເຄື່ອງໃສ່ຊອຍພາຍໃນເຮືອນໄດ້ເຊັ່ນ: ກະບຸ້ງ, ກະຕ່າ ຫຼື ເຄື່ອງໃຊ້ສຳຫຼັບການກະສິກຳ ຫຼື ຮົ້ວສວນ. ລຳຕົ້ນນ້ອຍຍັງສາມາດເຮັດເປັນລູກແຄນໄດ້ເຊັ່ນດຽວກັບໄມ້ຊະນິດອື່ນໆທີ່ມີລຳຂະໜາດນ້ອຍ. ປະຈຸບັນໜໍ່ຫຼອຍໄດ້ກາຍເປັນພືດເສດຖະກິດທີ່ສຳຄັນຂອງຫົວພັນ ມັນໄດ້ສ້າງລາຍຮັບໃຫ້ແກ່ປະຊາຊົນຜູ້ຜະລິດໜໍ່ໄມ້ຊະນິດນີ້ສົ່ງຂາຍອອກຕະຫຼາດທ້ອງຖີ່ນ.

Contribute