ຜູ້ຜະລິດ: ຊາວກະສິກອນ ບ້ານຕ່າງໆຂອງເມືອງຫົວເມືອງ, ແຂວງພັນ ທີ່ໄດ້ພື້ນທີ່ຜະລິດໜໍ່ຫຼອຍເປັນຂອງຄອບຄົວ, ສາມາດເກັບກູ້ໃນແຕ່ລະປີ, ຕາມລະດູການເພື່ອຂາຍໜໍ່ສົດເປັນຫຼັກ, ເນື່ອງຈາກໜໍ່ຫຼອຍຍັງບໍ່ພຽງພໍຕໍ່ການແປຮູບ.

ພໍ່ຄ້າຄົນກາງ: ຊາວກະສິເອົາໄປຂາຍເອງຕາມແຄມທາງ, ໂດຍຈະມີຜູ້ມີຮັບຊື້ຕໍ່ຂາຍໄປຊຳເໜືອ, ສ່ວນໜື່ງແມ່ນພໍ່ຄ້າຈາກຊຽງຂວາງ ແລະ ວຽງຈັນ ມາຮັບເມົາຊື້ ແລ້ວເອົາໄປຂາຍຕໍ່ຕາມຕະຫຼາດຕ່າງໆໃນເມືອງ ເຊັ່ນ: ຕະຫຼາດໃນໂພນສະຫວັນ, ຕະຫຼາດຊຳເໜືອ, ຕະຫຼາດຕ່າງໆໃນວຽງຈັນ, ໂດຍສະເພາະຕະຫຼາດໂພນສະຫວ່າງ.

ຜູ້ບໍລິໂພກ: ຜູ້ບໍລິໂພກ ສ່ວນຫຼາຍແລ້ວເປັນຊາວບ້ານເອງເພື່ອເກັບມາບໍລິໂພກສຳລັບຄອບຄົວ, ສ່ວນຫຼາຍແມ່ນຄົນທີ່ອາໄສຢູ່ໃນເມືອງໄດ້ຫາຊື້ຕາມຕະຫຼາດທົ່ວໄປ.

ສຳຫຼັບລາຄາແລ້ວແມ່ນບໍ່ຄົງທີ່ ໃນຊ່ວງເລີ່ມຕົ້ນລະດູແມ່ນລາຄາຄ່ອນຂ້າງແພງຫລາຍ ໂດຍລາຄາປະມານ 30,000 ກິບ / ກິໂລກຣາມ ທີ່ປອກກາບແລ້ວ. ແຕ່ໃນຊ່ວງລະດູທີ່ມີຫຼາຍລາຄາແມ່ນຕໍ່າລາຄາປະມານ 5000 ກິບ /ກິໂລກຣາມ ທີ່ປອກກາບແລ້ວ, ແຕ່ສ່ວນໜໍ່ຫຼອຍຍັງບໍ່ປ໋ອກກາບໄດ້ແມ່ນລາຄາປະມານ 2000 ກິບ/ກິໂລກຣາມ. ຖ້າລາຄາຢູ່ຕະຫຼາດຊຳເໜືອ, ໂພນສະຫວັນ ແລະ ວຽງຈັນແມ່ນຫຼາຍກວ່ານີ້ສອງເທົ່າຕົວ.

ແກ້ວອຸດອນ
ວົງຈອນການຕະຫຼາດທົ່ວໄປຂອງໜໍ່ຫຼອຍ

 

Contribute