ການເລຶອກພື້ນທີ່ສວນປູກ: 
ການເລືອກພື້ນທີ່ສຳຫຼັບການປູກໜໍ່ຫຼອຍຄວນເລຶອກສະຖານທີ່ໃຫ້ເໝາະສົມໂດຍສະເພາະແມ່ນຖະນົນຫົນທາງໄປຮອດໄປເຖິງເພື່ອສະດວກໃນການຂົ່ນສົ່ງຜົນຜະລິດ ແລະ ອຸປະກອນຕ່າງໆເພື່ອການຜະລິດ ເຊັ່ນ: ແນວພັນ, ຝຸ່ນ ແລະ ອື່ນໆ. ໜໍ່ຫຼອຍເປັນໜໍ່ໄມ້ທຳມະຊາດ, ເກີດໜໍ່ຕາມລະດູການ, ຄວນເລືອກພື້ນຖານໃກ້ຄຽງກັບທຳມະຊາດ ລັກສະນະຂອງດິນທີ່ສາມາດຈະເລີນເຕີບໂຕໄດ້ດີແມ່ນດີນຊາຍລ້ວນປະສົມດີນຜຸຜຸຍ, ບ່ອນທີ່ບໍ່ມີນ້ຳຂັງ, ຖ້ານ້ຳຂັງ ຫຼື ນ້ຳຖ່ວມອາດເຮັດໃຫ້ຕົ້ນໜໍ່ຫຼອຍຢຸດການຈະເລີນເຕີບໂຕ ຫຼື ຕາຍ, ອາດຈະເປັນພື້ນຮາບພຽງ ຫຼື ຄ່ອຍຊັນເລັກນ້ອຍ. ແຕ່ດິນຕ້ອງມີຄວາມຊຸ່ມເພື່ອໃຫ້ເຫງົ້າ ແລະ ໜໍ່ອ່ອນຈະເລີນເຕິບໂຕໄດ້ດີ. ແຕ່ສ່ວນຫຼາຍໃນພາກເໜືອຂອງລາວອາດຈະເປັນພື້ນທີ່ຄ່ອຍຊັນແຕ່ກໍ່ເໝາະສົມສຳຫຼັບການປູກໜໍ່ໄມ້ຊະນິດນີ້, ຖ້າເປັນປ່າເລົ່າ ຫຼື ດິນກະສິກຳທີຕ້ອງການເຮັດເປັນສວນໜໍ່ຫຼອຍ, ຄວນອານະໄມ ແລະ ປູກເຂົ້າ ຫຼື ພືດອື່ນໆໃນລະດູທຳອິດປະສົມກັບການປູກໜໍ່ຫຼອຍ.

ການຄັດເລືອກແນວພັນ
ການຄັດເລືອກແນວພັນເພື່ອຈະນຳເອົາໄປປູກຕ້ອງເລືອກເອົາຕົ້ນ ຫຼື ເຫງົ້າທີ່ມີອາຍຸຢ່າງໜ້ອຍ 1-2 ປີຂື້ນໄປ, ຖ້າເລືອກໜໍ່ອ່ອນເກີນໄປອາດຈະເຮັດໃຫ້ມັກຕາຍງ່າຍ ແລະ ບໍ່ທົນທານຕໍ່ສະພາບແວດລ້ອມ. ເພາະມີຕາທີ່ແຂງແຮງພ້ອມທີ່ຈະເລີນເຕິບໂຕເປັນໜໍ່ໄດ້ດີ, ຕັດເອົາລຳຕົ້ນອອກໃຫ້ເຫຼືອປະມານ 20-60 ຊມ. ການຂຸດເອົາເຫງົ້າຕ້ອງຄວນລະມັດລະວັງບໍ່ໃຫ້ກະທົບກັບຕາເຫງົ້າຫຼາຍເກີດໄປ, ຂຸດໃຫ້ໄດ້ດິນເລັກນ້ອຍ. ເມື່ອຂຸດອອກຈາກດິນ ຫຼື ແຍກເຫງົ້າແລ້ວໃຫ້ນຳໄປປູກທັນທີ, ແຕ່ຖ້າໄກພື້ນທີ່ປູກໃຫ້ເປົ່າ ຫຼື ຖ້າຂົນໃສ່ລົດໃຫ້ເອົາວັດຖຸອື່ນປົກເຊັ່ນ: ອາດຈະເປັນຫຍ້າ ຫຼື ເຟືອງ, ເພື່ອບໍ່ໃຫ້ເຫງົ້າຫ່ຽວ ແລ້ວຫົດນ້ຳໃຫ້ຊຸ່ມ. ເມື່ອຮອດພື້ນທີ່ໃຫ້ປູກທັນທີເພື່ອຮັບປະກັນການຈະເລີນເຕິບໂຕ.

TABI
ສວນໜໍ່ຫຼອຍຂອງປະຊາຊົນບ້ານກໍ່ຮີ່ງ, ເມືອງຫົວເມືອງ, ແຂວງຫົວພັນ

ການກຽມດິນ
ການກະກຽມເນື້ອທີ່ປູກຕ້ອງໄດ້ເຮັດລະອຽດ, ຄວນມີການກຳຈັດວັດຊະພືດ ແລະ ໄຖພວນດິນ (ຖ້າເປັນໄປໄດ້). ຄວນປະຕິບັດໃນຊ່ວງເດືອນກຸມພາ ຫຼື ເດືອນມີນາ, ເມື່ອກຳຈັດວັດຊະພືດແລ້ວປະໄວ້ປະມານ 1-2 ອາທິດເພື່ອໃຫ້ຫຍ້າຕາຍກ່ອນ. ຈາກນັ້ນໃຫ້ຂຸດຂູມປູກຂະໜາດ 40x40x30 ຊມ, ໄລຍະຫ່າງລະຫວ່າງຂູມ 2x2 ມ, ແລ້ວໃສ່ຝຸ່ນຄອກ ຫຼື ຝຸ່ນບົ່ມໃນແຕ່ລະຂູມເພື່ອຮອງພື້ນ.

ວິທີປູກ
ນຳເອົາເຫງົ້າໜໍ່ຫຼອຍທີ່ກຽມໄວ້ເປັນແນວພັນລົງຂຸມ, ເຫງົ້າໜື່ງຕໍ່ຂຸມ. ຈາກນັ້ນເອົາດິນຖົມດ້ວຍການເອົາດິນທີ່ຢູ່ຊັ້ນເທີງທີ່ຂຸດໄວ້ນັ້ນລົງກ່ອນ ຫຼັງຈາກນັ້ນຈື່ງເອົາດິນຊັ້ນລຸ່ມປົກເທີງ. ເອົາຫຍ້າ ຫຼື ໃບໄມ້ມາປົກປາກຂຸມ ຖ້າຝົນບໍ່ຕົກໃຫ້ຫົດນ້ຳໃສ່ໃຫ້ດິນຊຸ່ມ. ເນື້ອທີ່ໜື່ງເຮັກຕາຈະປູກ ໜໍ່ຫຼອຍ ໄດ້ປະມານ 2,500 ເຫງົ້າ, ໄລຍະຫ່າງການປູກ 2x2 ແມັດ. ຄວນປູກກ່ອນລະດູຝົນເລັກນ້ອຍ ໂດຍເລີ່ມຕົ້ນປູກ ເດືອນເມສາ ຫຼື ພືດສະພາ. 

ການບົວລະບັດຮັກສາ
ໃນໄລຍະທຳອິດຄວນໃສ່ຝຸ່ນເມື່ອຕົ້ນມີອາຍຸໄດ້ 25 ຫາ 30 ວັນ, ອາດຈະໃສ່ຝຸ່ຄອກ ຫຼື ຝຸ່ນບົ່ມ, ໃສ່ຕົ້ນລະ 1-2 ກິໂລກຣາມ ແລະ ຄວນຫົດນ້ຳ 1 ເທ່ືອ/ມື້ ສຳລັບລະດູຝົນບໍ່ຈຳເປັນຫົດກໍ່ໄດ້. ສໍາລັບປີທໍາອິດຕ້ອງໄດ້ອະນາໄມເສຍຫຍ້າຢ່າງໜ້ອຍ 2-3 ເດືອນ/ຄັ້ງ.

Contribute