ໜໍ່ຫອຍສ່ວນຫຼາຍຈະຂາຍໜໍ່ໄມ້ສົດຕາມທ້ອງຕະຫຼາດໂດຍສະເພາະ ແມ່ນຕະຫຼາດຊຳເໜືອ ຫຼື ບາງຈະໃນຊຽງຂວາງ, ມີຈຳນວນໜື່ງໄດ້ສົ່ງມາຂາຍໃນຕະຫຼາດວຽງຈັນເຊິ່ງມີລາຄາແພງກວ່າ ຊຽງຂວາງ ແລະ ຊຳເໜືອສອງເທົ່າ ໂດຍປົກກະຕິຢູ່ຕະຫຼາດຊຳເໜືອລາຄາປະມານ 15000-20,000 ກິບ/ກິໂລສົດ, ສ່ວນຢູ່ຕະຫຼາດວຽງຈັນລາຄາ 30,000-45,000 ກິບ/ກິໂລສົດ. ໃນຊ່ວງໃນແຂວງຫົວພັນໄດ້ມີການສົ່ງເສີມປູກໜໍ່ຫຼອຍໃຫ້ກາຍເປັນສີນຄ້າໂດຍສະເພາະແມ່ນຄອບຄົວເປົ້າໝາຍປູກໜໍ່ຫຼອຍ (ບ້ານກໍຮີ້ງ, ບ້ານສົ້ນຂົວ) ໄດ້ຮັບການສ້າງຕັ້ງກຸ່ມ ແລະ ເຊື່ອມຊືມກ່ຽວກັບລະບຽບການນຳໃຊ້ເງີນກອງທຶນພັດທະນາກຸ່ມປູກໃນຕໍ່ໜ້າ. ຊາວບ້ານຄອບຄົວເປົ້າໝາຍ 7 ບ້ານ, 115 ຄອບຄົວ (ຫົວເມືອງ, ວຽງໄຊ ແລະ ຊຳເໜືອ) ຫຼຸດຜ່ອນການຖາງປ່າເຮັດໄຮ່, ປູກສາລີແບບເລື່ອນລອຍຫັນມາປູກໜໍ່ຫຼອຍ, ໜໍ່ແຫຼ້ ແລະ ເຄື່ອງປ່າຂອງດົງ. ໃນການເກັບກຳຂໍ້ມູນຂອງ 5 ບ້ານທີ່ມີການສົ່ງເສີມໄດ້ພົບວ່າສ້າງລາຍຮັບອັນເປັນກອບເປັນກຳ ໂດຍມີສະຖິຕິໃນການສ້າງລາຍຮັບໃນປີ 2017 ມີດັ່ງລຸ່ມນີ້:

-ບ້ານກໍຮີ້ງ ມີລາຍຮັບຈາກການຂາຍໜໍ່ຫຼອຍດິນໃນລະດູການປີ 2017 ໄດ້ຂາຍ 48.941 ກິໂລ ໄດ້ເງີນເຖີງ 244,705,000 ກີບໃນ 97 ຄອບຄົວ ແລະ ຍັງໄດ້ບໍລິໂພກເຖີງ 12.008 ກິໂລ (ທັງສວນປູກ+ປ່າທຳມະຊາດ) ເຫັນວ່າສາມາດມີເງີນຊື້ເຂົ້າກີນໄດ້ເຖີງ 5 ເດືອນ(ສະເພາະຄອບຄົວທີ່ເກັບຂາຍ).

-ບ້ານສົ້ນຂົວ ມີລາຍຮັບຈາກການຂາຍໜໍ່ຫຼອຍດິນໃນລະດູການປີ 2017 ໄດ້ຂາຍ 1.170 ກິໂລ ໄດ້ເງີນເຖີງ 5.850.000 ກີບໃນ 45 ຄອບຄົວ ແລະ ຍັງໄດ້ບໍລິໂພກເຖີງ 1.060 ກິໂລ(ສະເພາະສວນປູກ). ເຫັນວ່າພໍພຽງແຕ່ໄດ້ແກ້ໄຂຊື້ຍຸກຢາ ແລະ ແກ້ໄຂເລັກໆນ້ອຍໆພາຍໃນຄອບຄົວເທົ້ານັ້ນ.

-ບ້ານສົບເລົ້າ ມີລາຍຮັບຈາກການຂາຍໜໍ່ຫຼອຍດິນໃນລະດູການປີ 2017 ໄດ້ຂາຍ 5.638 ກິໂລ ໄດ້ເງີນເຖີງ 28,175,000 ກີບໃນ 19 ຄອບຄົວ ແລະ ຍັງໄດ້ບໍລິໂພກເຖີງ 805 ກິໂລ(ທັງສວນປູກ+ປ່າທຳມະຊາດ) ເຫັນວ່າສາມາດມີເງີນຊື້ເຂົ້າກີນໄດ້ເຖີງ 3 ເດືອນ(ສະເພາະຄອບຄົວທີ່ເກັບຂາຍ).

-ບ້ານແກ່ວຊີກ ມີລາຍຮັບຈາກການຂາຍໜໍ່ຫຼອຍດິນໃນລະດູການປີ 2017 ໄດ້ຂາຍ 1.160 ກິໂລ ໄດ້ເງີນເຖີງ 5.800.000 ກີບໃນ 17 ຄອບຄົວ ແລະ ຍັງໄດ້ບໍລິໂພກເຖີງ 860 ກິໂລ(ປ່າທຳມະຊາດ). ເຫັນວ່າພໍພຽງແຕ່ໄດ້ແກ້ໄຂຊື້ຍຸກຢາ ແລະ ແກ້ໄຂເລັກໆນ້ອຍນ້ອຍພາຍໃນຄອບຄົວເທົ້ານັ້ນ.

-ບ້ານຫ້ວຍໝຸ້ນ ມີລາຍຮັບຈາກການຂາຍໜໍ່ຫຼອຍດິນໃນລະດູການປີ2017ໄດ້ຂາຍ 1.420 ກິໂລ ໄດ້ເງີນເຖີງ 7,100,000 ກີບໃນ 30 ຄອບຄົວ ແລະ ຍັງໄດ້ບໍລິໂພກເຖີງ 1.203 ກິໂລ(ທັງສວນປູກ+ປ່າທຳມະຊາດ) ເຫັນວ່າພໍພຽງແຕ່ໄດ້ແກ້ໄຂຊື້ຍຸກຢາ ແລະ ແກ້ໄຂເລັກໆນ້ອຍພາຍໃນຄອບຄົວເທົ້ານັ້ນ.

TABI
ລາຍຮັບຂອງການຜະລິດໜໍ່ຫຼອຍຂອງ 5 ບ້ານໃນແຂວງຫົວພັນ

 

Contribute