ຂີງ / Ginger

Use
Food
Income
Medicine
Ornamental
Scientific Name / Family
Zingiber officinale Roscoe / Zingiberaceae
Synonyms
Zingiber officinale var. cholmondeleyi F.M.Bailey
Zingiber officinale f. macrorhizonum (Makino) M.Hiroe
Zingiber officinale var. macrorhizonum Makino
Zingiber officinale f. rubens (Makino) M.Hiroe
Zingiber officinale var. rubens Makino
Zingiber officinale var. rubrum Theilade
Zingiber officinale var. sichuanense (Z.Y.Zhu, S.L.Zhang & S.X.Chen) Z.Y.Zhu, S.L.Zhang & S.X.Chen.
Other Names
ລາວ: ຂິງ
ໄທ: ຂິງ
Viet: Phở
Chineses: 生姜 Shēngjiāng
Botanical Description

ພືດລຳຫຍ້າລົ້ມລຸກ, ແຜ່ຂະຫຍາຍດ້ວຍຫົວ, ເກີດເປັນສຸມ, ສູງ 50–80 ຊັງຕີແມັດ. ລຳຕົ້ນອອກສີຂຽວອ່ອນ ແລະ ມີເສັ້ນຜ່າກາງນ້ອຍ, ແມ່ນກາບໃບທີ່ສັບຊ້ອນເຂົ້າກັນເປັນລຳຕົ້ນ. ຫົວ: ເມື່ອຍັງອ່ອນອອກສີຂາວອົມສີກຸຫຼາບອ່ອນໆ, ເມື່ອແກ່ຊັ້ນເປືອກນອກຂອງຫົວອອກສີນ້ຳຕານແກ່ຊື່ງເຮົາສາມາດລອກໄດ້ງ່າຍສົມຄວນ. ເນື້ອຂອງຫົວອອກສີນ້ຳຕານຈືດໆ.  ໃບ: ແມ່ນໃບປະເພດດ່ຽວ, ສັບຊ້ອນແບບສະຫຼັບ, ໃບຍາວ ແລະ ແຄບ. ສ່ວນກົກ ແລະ ປາຍຂອງໃບແຫຼມ. ໃບຍາວ 18–20 ຊັງຕີແມັດ, ກວ້າງ 2–3 ຊັງຕີແມັດ. ເນື້ອໃບຕໍ່ໃສ່ກາບໂດຍກົງ. ດອກ: ສີເຫຼືອງອ່ອນໆອອກເປັນຊໍ່, ສັບຊ້ອນກັນເປັນຮວງຊື່ງປົ່ງຂຶ້ນຈາກພື້ນດິນ, ກ້ານຮວງດອກຍາວປະມານ 25 ຊັງຕີແມັດ, ມີກາບສີຂຽວຫຸ້ມແຕ່ລະດອກໄວ້, ແມ່ນດອກປະເພດ 3, ດອກບໍ່ສະໝ່ຳສະເໝີ ແລະ ເປັນດອກທີ່ມີເພດຮ່ວມ. ໝົດທັງຕົ້ນໂດຍສະເພາະຫົວມີກິ່ນຫອມຍ້ອນບັນຈຸທາດໃຫ້ກິ່ນໃນລັກສະນະນ້ຳມັນລະເຫີຍຫຼາຍຊະນິດ. ພືດຊະນິດນີ້ມີຖິ່ນກຳເນີດຢູ່ເຂດອາຊີ. ປະຈຸບັນການປູກຂີງເພື່ອນຳໃຊ້ຫົວແຜ່ຂະຫຍາຍທົ່ວໄປໃນບັນດາປະເທດເຂດຮ້ອນ ແລະ ຊຸ່ມ. ຂະຫຍາຍດີບ່ອນທີ່ມີແສງແດດພໍຄວນ.

Description of Use

ຊ່ວຍຫຼຸດຜົນຂ້າງຄຽງຈາກສານເຄມີທີ່ໃຊ້ໃນການຮັກສາມະເຮັງ. ດັ່ງນັ້ນຄວນຮັບປະທານຂີງຄວບຄູ່ກັນໄປກັບການຮັກສາມະເຮັງຈະເປັນຜົນດີ. ດອກໃຊ້ເປັນຢາຍ່ອຍອາຫານ ແລະ ປົວທ້ອງບິດ. ຮາກ ແລະ ເຫງົ້າມີສ່ວນໃຫ້ຈະເລີນອາຫານດ້ວຍການໃຊ້ເຫງົ້າສົດນຳມາຕົ້ມກັບນ້ຳດື່ມກໍ່ຈະໄດ້ເປັນຢາຂົມຈະເລີນອາຫານ, ໃຊ້ແກ້ໄຂ້ດ້ວຍການນຳຂີງສົດມາຄັ້ນນ້ຳໃຫ້ໄດ້ປະມານເຄິ່ງຖ້ວຍແລ້ວປະສົມນ້ຳເຜີ້ງ 1 ບ່ວງກາເຟ ນຳມາຕົ້ມກັບນ້ຳ  2 ຖ້ວຍ ແລ້ວນຳມາດື່ມວັນລະ 3 ຄັ້ງ ຈະຊ່ວຍບັນເທົາອາຫານໄດ້. ຊ່ວຍແກ້ປັນຫາຜົມຫຼົ່ນ, ຫົວລ້ານດ້ວຍການນຳເຫງົ້າສົດໄປຂາງໄຟຈົນອຸ່ນແລ້ວນຳມາຕຳໃຫ້ແຫຼັກນຳມາປົກບໍລິເວນທີ່ມີຜົນຫຼົ່ນ ວັນລະ 2 ຄັ້ງຈົນອາການດີຂຶ້ນ ຫຼື ອີກວິທີກໍ່ຄືຄັ້ນເອົາສະເພາະນ້ຂີງມາປະສົມກັບນ້ຳມັນໝາກກອກແລ້ວນຳມາໝັກຜົມ, ນວດໃຫ້ທົ່ວຫົວປະມານ 30 ນາທີ ກໍ່ຊ່ວຍຫຼຸດປັນຫາຜົມຫຼົ່ນໄດ້ຄືກັນແຖມຍັງຊ່ວຍໃຫ້ຜົມງາມ, ແຂງແຮງ, ນຸ່ມ ແລະ ບໍ່ຂາດງ່າຍອີກດ້ວຍ. ແກ້ອາການຈຸກແໜ້ນ, ທ້ອງອືດ, ຂັບລົມໃນລຳໄສ້ດ້ວຍການນຳຂີງແກ່ມາທຸບພໍແຫຼກຖອກນ້ຳຮ້ອນລົງໄປເຄິ່ງແກ້ວແລ້ວປິດຝາຕັ້ງປະໄວ້ປະມານ 5 ນາທີ ແລ້ວນຳມາດື່ມລະຫວ່າງມື້ອາຫານ.

Contribute