ພະແນກກະສິກຳ ແລະ ປ່າໄມ້ຂອງແຂວງຫົວພັນໄດ້ສຳເລັດການຊຸກຍູ້ຕິດຕາມການບົວລະບັດຮັກສາສວນ ປູກໜໍ່ຫຼອຍດິນໃນເມືອງຫົວເມືອງ ຈຳນວນ 5 ບ້ານເປົ້າໝາຍ 95 ຄອບຄົວ, ເນື້ອທີ່ 20.01 ຮຕ, 40,941 ສູມ. ໄດ້ສຳເລັດການສຳຫຼວດພື້ນທີ່ໜໍ່ຫຼອຍຢູ່ 5 ບ້ານເປົ້າໝາຍໄດ້ທັງໝົດ 141 ຄອບຄົວ, ມີ 156 ຕອນ, ມີ 25.05 ເຮັກຕາ(ສຳລັບສວນປູກ) ແລະ ຍັງມີປ່າໜໍ່ຫຼອຍທຳມະຊາດ 589.77 ເຮັກຕາ. ໄດ້ລົງສົມທົບພະນັກງານວິຊາການເມືອງ, ຄະນະກຸ່ມ ລົງຊຸກຍູ້ຕິດຕາມຄອບຄົວເປົ້າໝາຍປູກໜໍ່ຫຼອຍໃນ 5 ບ້ານ, 95 ຄອບຄົວ, 40,941 ສຸມ, ເນື້ອທີ 20.01 ເຮັກຕາ. ການປະຕິບັດຕົວຈີງສໍາລັບສວນປູກໜໍ່ຫຼອຍເຫັນວ່າມີການຂະຫຍາຍໄດ້ດີສົມຄວນ ແຕ່ສະພາບສວນປູກໜໍ່ຫຼອຍໃນປະຈຸບັນເຫັນວ່າຂະຫຍາຍຫຼາຍເຮັດໃຫ້ພື້ນທີ່ແອອັດ, ສະນັ້ນຜູ້ຮັບຜິດຊອບໄດ້ແນະນຳໃຫ້ຂຸດອອກໄປປູກໃສ່ພື້ນທີ່ບ່ອນໃໝ່ທີ່ມີຄວາມເໝາະສົມ (ຕາມລະດູການ) ແຕ່ພື້ນທີ່ດິນຂອງແຕ່ລະຄອບຄົວພັດມີຈຳກັດ. ມີຂໍ້ມູນດັ່ງນີ້:

-ບ້ານ ກໍຮີ້ງ ມີ 35 ຄອບຄົວ, ມີ 25,940 ສູມ ໃນເນື້ອທີ 12.94 ເຮັກຕາ. ໃນນີ້ຊາວບ້ານປູກເອງມີ 9,130 ສູມ, ເນື້ອທີ 3.647 ເຮັກຕາ ມີອັດຕາການລອດຕາຍ 100%.

-ບ້ານ ສົ້ນຂົວ ມີ 26 ຄອບຄົວ, ມີ 6,528 ສູມ ໃນເນື້ອທີ 2.61 ເຮັກ ຕາ. ໃນນີ້ຊາວບ້ານປູກເອງມີ 950 ສູມ, ເນື້ອທີ 0.38 ເຮັກຕາ ມີອັດຕາການລອດຕາຍ 41.21%.

-ບ້ານ ສົບເລົ້າ ມີ 9 ຄອບຄົວ, ມີ 3,338 ສູມໃນເນື້ອທີ່  1.34 ເຮັກຕາ ມີອັດຕາການລອດຕາຍ 100%.

-ບ້ານ ຫ້ວຍໝຸ້ນ ມີ 7 ຄອບຄົວ, ມີ 2,233 ສູມ ໃນເນື້ອທີ 0.89 ເຮັກ ຕາໃນນີ້ຊາວບ້ານປູກເອງມີ 233 ສູມ, ເນື້ອທີ 0.09 ເຮັກຕາ, ມີອັດຕາການລອດຕາຍ 100%.

-ບ້ານ ແກ່ວຊີກ ມີ 18 ຄອບຄົວ, ມີ 2,902 ສູມ ໃນເນື້ອທີ 1.16 ເຮັກ ຕາໃນນີ້ຊາວບ້ານປູກເອງມີ 1,110 ສູມ,ເນື້ອທີ 0.44 ເຮັກຕາມີອັດຕາການລອດຕາຍ 89.6%.

ແກ້ວອຸດອນ
ສວນໜໍ່ຫຼອຍບ້ານກໍ່ຮີ້ງ, ເມືອງຫົວເມືອງ, ແຂວງຫົວພັນ

 

Contribute