ສາລີ / Corn

Use
Food
Income
Medicine
Scientific Name / Family
Zea mays L. / Poaceae
Synonyms
Zea mays subsp. acuminata Golosk.
Zea mays subsp. amylacea (Sturtev.) Zhuk.
Zea mays subsp. amyleosaccharata (Sturtev.) Zhuk.
Zea mays subsp. aorista (Greb.) Golosk.
Zea mays subsp. ceratina (Kuleshov) Zhuk.
Zea mays var. ceratina Kuleshov
Zea mays subsp. everta (Sturtev.) Zhuk.
Other Names
ລາວ: ສາລີ
ໄທ: ຂ້າວໂພດ, ຂ້າວແຊ່
ຈີນ: ເງັກບີ້, ເງັກຈົກຊູ່, ຍື່ໝີ່, ຍື່ວີ່ສູ່ສູ່
Botanical Description

ເປັນພືດລົ້ມລຸກ, ສູງ 1–4 ເມັດ, ຜິວຕົ້ນລຽບ. ໃບດ່ຽວອອກລຽງສະຫຼັບ, ຮູບຂອບຂະໜານ, ປາຍໃບແຫຼມ, ໂຄນໃບມົນ, ມີຂົນອ່ອນໆ ສີຂາວ, ກວ້າງ 2–10 ຊັງຕີແມັດ ແລະ ຍາວ 30–100 ຊັງຕີແມັດ, ກ້ານໃບເປັນກາບຫຸ້ມລຳຕົ້ນ. ດອກເປັນຊໍ່ດອກເພດຜູ້ ແລະ ດອກເພດແມ່ຈະຢູ່ໃນຕົ້ນດຽວກັນ, ດອກເພດຜູ້ຈະອອກດອກເປັນຊໍ່ ແລະ ອອກຢູ່ປາຍຍອດ. ສ່ວນດອກເພດແມ່ຈະຢູ່ຕ່ຳລົງມາອອກລະຫວ່າງກາບຂອງໃບ ແລະ ລຳຕົ້ນລຽນເປັນ 2 ແຖວ ມີປະມານ 8–18 ດອກ, ດອກຍ່ອຍຈະມີກ້ານເກສອນເພດຜູ້ຈຳນວນ 9–10 ກ້ານ ແລະ ມີອັບເລນູສີເຫຼືອງສົ້ມ, ຍາວ 5 ມີນລີແມັດ, ດອກເພດແມ່ເມື່ອຈະເລີນເຕີບໂຕແລ້ວກໍ່ຈະອອກເປັນຝັກສາລີ. ໝາກເປັນຝັກ, ໝາກຖືກຫຸ້ມໄປດ້ວຍກາບບາງໆຫຼາຍຊັ້ນ, ຮູບຊົງກະບອກໃນໜື່ງຝັກຈະມີເມັດຢູ່ຮອບຝັກລຽນເປັນລະບຽບຮອບແກນກາງຂອງຝັກ, ສີນວນ, ສີເຫຼືອງ, ຂາວ ຫຼື ສີມ້ວງດຳ.

Description of Use

ເກສອນເພດແມ່ຊ່ວຍບຳລຸງຕັບ, ແກ້ຕັບອັກເສບ, ຕັບອັກເສບເປັນດີຊ່ານ, ແກ້ດີຊ່ານ, ແກ້ໄຕອັກເສບ ຊື່ງຕາມຕຳລາຢາແກ້ໄຕອັກເສບຈະໃຊ້ເກສອນເພດແມ່ 30 ກຼາມ, ຫຍ້າໜວດແມວ 20 ກຼາມ, ຫຍ້າຄາ 20 ກຼາມ, ນຳມາຕົ້ມກັບນ້ຳດື່ມ ຫຼື ຫາກໄຕອັກເສບ ຫຼື ເລີ່ມເປັນນິ້ວຢູ່ໄຕ ໃຫ້ໃຊ້ຍອດເກສອນເພດແມ່ພໍປະມານນຳມາຕົ້ມຈົນຟົດແລ້ວນຳມາກິນ ຫຼື ຫາກເປັນພະຍາດໄຕອັກເສບຊໍາເຮື້ອໃຫ້ໃຊ້ຍອດເກສອນເພດແມ່ແຫ້ງ 50 ກຼາມນຳມາຕົ້ມກັບນ້ຳກິນໂດຍຈະມີລິດຊ່ວຍຂັບປັດສະວະເຮັດໃຫ້ໄຕເຮັດວຽກໄດ້ດີຂຶ້ນຈາກອາການບວມນ້ຳ ແລະ ປະລິມານຂອງອັລບູມິນ (Albumin) ໃນປັດສະວະນັ້ນຫຼຸດລົງໂດຍຄົນໄຂ້ທີ່ກິນຕິດຕໍ່ກັນນານ 6 ເດືອນຍັງບໍ່ພົບອາການເປັນພິດແຕ່ຢ່າງໃດ. ສ່ວນອີກຕຳລາທີ່ໃຊ້ຮັກສາພະຍາດກ່ຽວກັບໄຕໃຫ້ໃຊ້ຍອດເກສອນເພດແມ່ 60 ກຼາມ ນຳມາຕົ້ມກິນວັນລະ 2 ຄັ້ງ ແລ້ວໃຫ້ກິນໂພແທສຊຽມຄໍໄຮຮ່ວມດ້ວຍໂດຍທົ່ວໄປເມື່ອກິນຢານີ້ໄປແລ້ວ 3 ວັນ ປັດສະວະຈະຫຼາຍຂື້ນ ປະລິມານຂອງ ອັນບູມີນ ແລະ ສານຈຳພວກໄນໂຕຣເຈນທີ່ບໍ່ແມ່ນໂປຣຕີນໃນປັດສະວະນັ້ນຫຼຸດລົງ ແລະ ຄົນໄຂ້ບາງລາຍຈະມີປະລິມານຂອງອັນບູມີນໃນເລືອດສູງ. ສ່ວນບາງຄົນຄວາມດັນໂລຫິດຈະຫຼຸດລົງຈົນສູ່ລະດັບປົກກະຕິ (ເກສອນເພດແມ່), ຊ່ວຍຮັກສາໄຕ (ຝອຍ ຫຼື ໄໝສາລີ). ຊ່ວຍຮັກສາອາການອາຫານບໍ່ຍ່ອຍດ້ວຍການໃຊ້ສາລີ 500 ກຼາມ ແລະ ເປືອກໝາກພິລາ 120 ກຼາມ ນຳມາຂາງໄຟໃຫ້ແຫ້ງແລ້ວບົດໃຫ້ເປັນຜົງນຳມາປະສົມກັບນ້ຳໃຫ້ໄດ້ປະມານ 1,500 ມີນລີລິດແລ້ວໃຊ້ດື່ມ 1 ມີນລີລິດຕໍ່ອາຍຸ 1 ປີ ຈະຊ່ວຍຮັກສາອາການພິດໄດ້ ແລະ ໃນຊ່ວງການຮັກສາໃຫ້ລະວັງຄອຍເບິ່ງລະດັບນ້ຳ ແລະ ອຸນນະພູມຂອງຮ່າງກາຍບໍ່ໃຫ້ເກີດຄວາມຜິດປົກກະຕິ.

Contribute