ຕົ້ນໜາກຫຸ່ງ / Papaya

Use
Food
Income
Medicine
Scientific Name / Family
Carica papaya L. / Caricaceae
Synonyms
Carica papaya var. bady Aké Assi
Carica papaya f. correae Solms
Carica papaya f. ernstii Solms
Carica papaya var. jimenezii Bertoni
Carica papaya f. mamaya (Vell.) Stellfeld
Carica papaya f. portoricensis (Urb.) Solms
Other Names
ລາວ: ໜາກຫຸ່ງ
ໄທ: ມາລະກໍ, ລໍກໍ, ບັກຮຸ້ງ, ມະກວຍເຕັດ, ກ້ວຍລາ, ໝັກຫຸ່ງ,ມະກ້ວຍເທບ
ພາສາອັງກິດ: Papaya, Pawpaw, Tree melon
Botanical Description

ໜາກຫຸ່ງເປັນຕົ້ນໄມ້ຂະໜາດນ້ອຍ ລຳຕົ້ນສູງປະມານ 2-10 ແມັດ, ເນື້ອອ່ອນ, ຫັກລົ້ມງ່າຍ ບໍ່ແຕກກິ້ງກ້ານສາຂາ, ຜີວເປືອກບໍ່ລຽບ ແລະ ມີຮອຍໃບຫຼົ່ນ. ໃບດ່ຽວ, ຮູບໄຂ່ ຫຼື ຮູບສີ່ຫລ່ຽມເຂົ້າຫລາມຕັດ, ໂຄນໃບຮູບຫົວໃຈ ຫຼື ຮູບຕິ່ງຫູ, ປາຍໃບຮຽວແຫຼມ, ຂອບໃບເປັນແສກລີກເຂົ້າຫາເສັ້ນກາງໃບ ມີຕັ້ງແຕ່ 3-7 ແສກ, ບາງຄັ້ງໃນແຕ່ລະແສກຈະເປັນແສກອີກຄັ້ງ, ຂອບຂອງແຕ່ລະແສກເປັນແຂ້ວເລື້ອຍ ແລະ ມີເສັ້ນກາງໃບ, ກ້ານໃບກວ້າງ ແລະ ຍາວ 80-100 ຊມ. ດອກເປັນຊໍ່ແບບຊໍ່ແຕກຂະແໜງ, ຕາມງ່າມໃບ, ສີຂາວອົມເຫຼືອງ ຫຼື ສີຂາວນວນ, ດອກມັກຈະແຍກເປັນຕົ້ນເພດຜູ້ ຫຼື ເພດແມ່ ຫຼື ບາງຄັ້ງພົບດອກຜູ້ ແລະ ດອກເພດແມ່ຢູ່ຕົ້ນດຽວກັນ ແລະ ດອກເພດຜູ້ຈະມີຂະໜາດນ້ອຍກວ່າ. ດອກມີກີບ 5 ກີບ, ກີບດອກເຊື່ອມຕິດກັນ, ປາຍກີບແຍກອອກເປັນແສກ (ດອກເພດຜູ້) ສ່ວນດອກເພດແມ່ ກີບດອກ 5 ກີບແຍກຈາກກັນ. ໝາກແບບມີເນື້ອ, ຫຼາຍແກ່ນ, ລັກສະນະໝາກຮູບຮີ ຫຼື ຮູບໄຂ່, ເປືອກລຽບ, ບາງ, ສີຂຽວ ເມືອສຸກຈະມີສີເຫຼືອງ ຫຼື ສີສົ້ມ, ທາງກາງກວ້າງ, ເນື້ອໃນມີສີຂາວອ່ອນນຸ່ມ, ເມືອສຸກຈະເປັນສີເຫຼືອງ ຫຼື ສີສົ້ມ, ພາຍໃນມີແກ່ນ. ແກ່ນມີສີດຳ ຫຼື ສີນໍ້າຕານມີຈໍານວນຫຼາຍ.

Description of Use

ຮາກຕົ້ນໝາກຮຸ້ງມີລົດຂື່ນ ເປັນຢາຂັບປັດສະວະ, ແກ້ພະຍາດກ່ຽວກັບກະເພາະປັດສະວະ ເຊັ່ນ: ທາງເດີນປັດສະວະອັບເສບ, ແກ້ພະຍາດໜອງໃນ, ບໍາລຸງນໍ້ານົມ, ຈະເລີນອາຫານ, ແກ້ພະຍາດລະດູຂາວ, ແກ້ພະຍາດກ່ຽວກັບໄຕ ຫຼື ໃຊ້ປະສົມເປັນຢາແກ້ບາດແຜໃນກະເພາະອາຫານ ແລະ ລິດສະດວງ, ແກ້ກາກເກື້ອນ. ຕົ້ນອ່ອນມີລົດຂົມຂື່ນ ແກ້ລະດູຂາວເຮັດໃຫ້ແຫ້ງ ໃຊ້ຕົ້ນໝາກຫຸ່ງເປັນຢາຂັບປະຈຳເດືອນ ແລະ ລົດໄຂ້. ໝາກໃຊ້ທັ້ງໝາກດີບ (ລົດຈືດ) ແລະ ໝາກສຸກ(ລົດຫວານ) ຕົ້ມແລ້ວກັ່ນເອົານໍ້າເປັນຢາຂັບພະຍາດ, ບໍາລຸງນໍ້ານົມ, ຂັບນໍ້າເຫຼືອງເສຍ, ແກ້ໂລກເລືອດອອກຕາມເຫືອກຝັນ, ແກ້ໂລກບິດ, ແກ້ລິດສະດວງ, ຊ່ວຍຍ່ອຍອາຫານ, ເປັນຢາຂັບປັດສະວະ, ແກ້ປັດສະວະຂັດ, ຢາຖ່າຍ ຫຼື ຢາລະບາຍອ່ອນໆ, ຂັບລົມ ແລະ ເປັນຢາຈະເລີນອາຫານ. ໝາກດີບມີລົດຈືດ ໃຊ້ຂັບລົມ, ຂັບປັດສະວະ, ແກ້ປັດສະວະຂັດ. ໝາກສຸກລົດຫວານເປັນຢາລະບາຍທ້ອງເໝາະສຳລັບຜູ້ທີທ້ອງຜູກເປັນປະຈໍາ, ບໍາລຸງນໍ້ານົມ ແລະ ຈະເລີນອາຫານ. ເນື້ອໃນໝາກແຫ້ງເປັນຢາລົດການບວມ. ໃບຕໍາພອກບາດຊໍາເຮື້ອນໍາໃບສົດມາຂາງໄຟ ຫຼື ລວກນໍ້າຮ້ອນແລ້ວໃຊ້ປະຄົບໃນຄະນະອຸ່ນໆຕາມບໍລິເວນທີ່ປວດ, ແກ້ປວດບວມ. ໃຊ້ໃບສົດມາຕົ້ມດື່ມເປັນຢາແກ້ພະຍາດກ່ຽວກັບກະເພາະອາຫານ, ແກ້ຫອບຫືດ. ຍາງຈາກໝາກດີບໃຊ້ກັດຫູດ, ກັດແຜຮັກສາຕາປາ, ເນື້ອງອກອື່ນໆ. ແກ້ຜູ້ຍິງລົງຂາວຜິດປົກກະຕິໂດຍໃຊ້ຕົ້ນອ່ອນ 1-2 ກຳ ຫຼື ປະມານ 50-75 ກຼາມນໍາມາຕົ້ມໃນນໍ້າ 1 ລີດຄ່ຽວແລ້ວຕອງເອົານໍ້າມາດື່ມເປັນປະຈຳວັນລະ 2-3 ເທື່ອ. ຂັບປັດສະວະ ໂດຍໃຊ້ຮາກສົດ 60-80 ກຼາມ ຫຼື ຮາກແຫ້ງ 30-40 ກຼາມ, ລ້າງໃຫ້ສະອາດຕັດເປັນຕ່ອນຕົ້ມໃນນໍ້າສະອາດ 1 ລີດ, ປະມານ 15 ນາທີ, ແລ້ວຕອງເອົານໍ້າດື່ມ ກ່ອນອາຫານວັນລະ 3 ຄາບ. ແກ້ປວດບວມ, ຟົກຊໍ້າ ໂດຍໃຊ້ໃບສົດ 1-2 ໃບ ນໍາໄປຂາງໄຟໃຫ້ສຸກຮ້ອນແລ້ວນໍາມາພອກ ແລະ ຫໍ່ຫຸ້ມບໍລິເວນທີ່ມີອາການເຈັບ.

 

ຄຸນຄ່າທາງດ້ານໂພຊະນາການຂອງໝາກຫຸງຕໍ່ 100 ກຼາມ:

 

  • kcal 40
  • Water 89.1 (g)
  • Protein 0.9 (g)
  • Fat 0.1 (g)
  • Carb 8.1 (g)
  • Fiber 1.3 (g)
  • ASH 0.5 (mg)
  • Ca 25 (mg)
  • P 16 (mg)
  • Na 14 (mg)
  • K 135 (mg)
  • Fe 1.4 (mg)
  • Cu 0.02 (mg)
  • Zn 0.1 (mg)
  • Retinol 0 (mcg)
  • Carotene 851 (mcg) 
  • Vitamin A 71 (RAE mcg)
  • Vitamin B1 0.03 (mg)
  • Vitamin B2 0.05 (mg)
  • Vitamin B3 0.30 (mg)
  • Vitamin C 62 (mg)
  • MicronutSc 1.11
Contribute