ໝາກອຶ / Pumpkin

Use
Food
Income
Medicine
Scientific Name / Family
Cucurbita moschata Duchesne / Cucurbitaceae
Synonyms
Cucurbita moschata var. argyrosperma (C.Huber) Naudin
Cucurbita moschata var. colombiana Zhit.
Cucurbita moschata var. meloniformis (Carrière) Millán
Cucurbita moschata var. mexicana Zhit.
Cucurbita moschata f. yokohamana Makino
Other Names
ລາວ: ໝາກອຶ
ໄທ: ຟັກທອງ, ຟັກຂຽວ, ມະຟັກແກ້ງ, ມະນໍ້າແກ້ວ, ໝາັຟັກເຫຼືອງ, ໝາກອຶ້, ໝາກນໍ້າເຕົ້າ
ພາສາອັງກິດ: Pumpkin, Cushaw, Winter Squash
ຈີນ: 南瓜
Botanical Description

ເປັນພືດລົ້ມລຸກປູກປີດຽວ, ໝາກອືເປັນພືດເຄືອເລືອຕາມພື້ນດິນ ແລະ ມີມືຍືດເກາະ, ເຄືອຍາວ 3-6 ແມັດ, ທີ່ຂໍ້ປາຍໜວດແຍກ 3-4 ແສກ, ລຳຕົ້ນອ່ອນມັກເປັນ 5 ຫລ່ຽມ ຫຼື ກົມ. ໃບດ່ຽວ, ແຜ່ນໃບຮູບຮ່າງ 5-7 ຫລ່ຽມ ຫຼື ຮູບຮ່າງເກືອມົນ, ຮິມໃບມີຫຍັກເວົ້າລີກ 5-7 ຫຍັກ, ກວ້າງ 10-20 ຊມ, ຍາວ 15-30 ຊມ. ດອກມີທັງດອກຜູ້ ແລະ ແມ່, ມີຮູບຮ່າງຄ້າຍລະຄັງ, ສີເຫຼືອງ ໂດຍຢູ່ພາຍໃນຕົ້ນດຽວກັນ, ດອກເພດແມ່ເປັນດອກດຽວເກີດບໍລິເວນມຸມ ຫຼື ຊອກໃບ, ມີກີບລກາບສີຂຽວ, ກີບດອກສີເຫຼືອງ 5 ກີບ, ເຕົ່າໄຂ່ກົມ, ຍາວ 2-5 ຊມ, ມີລັກສະນະຄືໝາກອຶຂະໜາດນ້ອຍ, ສ່ວນຂອງຍອດເກສອນແມ່ມີ 2-5 ແສກ. ໝາກອຶປະສົມຂ້າມຕາມທຳມະຊາດໂດຍອາໃສລົມ ແລະ ແມງໄມ້. ໝາກມີຮູບຮ່າງຂະໜາດແຕກຕ່າງກັນຂື້ນກັບສາຍພັນ. ອາດມີຮູບຮ່າງຕັ້ງແຕ່ກົມແປ້ນຈົນເຖິງຄ້ອນຂ້າງແປ້ນ ຜີວມັກເປັນຕຸ່ມນູນ ແລະ ຍົກເປັນຮ່ອງ ເນື້ອໃນມີສີເຫຼືອງ ຈົນເຖິງເຫຼືອງອົມສົ້ມ ຫຼື ອົມຂຽວ. ແກ່ນມີຮູບຮ່າງຄ້່ໍາຍໄຂ່ແປ, ມີຈຳນວນຫຼາຍ. 

Description of Use

ໝາກອຶມີສານຕໍ່ຕ້ານອານຸມູນອິດສະຫຼະ ທີ່ມີສ່ວນໃນການສະລໍໄວ ແລະ ຄວາມແກ່ສະຊາ. ຊ່ວຍຟື້ນບຳລຸງສຸຂະພາບຜີວ, ຊ່ວຍບຳລຸງ ແລະ ຮັກສາສາຍຕາ, ຊ່ວຍເສີມສ້າງລະບົບພູມຄຸ້ມກັນໃນຮ່າງກາຍ, ນໍ້າມັນຈາກແກ່ນໝາກອຶມີສ່ວນຊ່ວຍບຳລຸງປະສາດ, ແກ່ນໝາກອຶຊ່ວຍເຮັດໃຫ້ອາລົມດີ, ມີລິດໃນການຊ່ວຍລົດລະດັບນໍ້າຕານໃນເມັດເລືອດ, ເປັນອາຫານທີ່ເໝາະສຳລັບຜູ້ທີ່ຕ້ອງການຄວບຄຸ່ມນໍ້າໜັກ. ໝາກອຶມີກົດໂປຣໄບໂອນິດ ຊຶ່ງມີສ່ວນເຮັດໃຫ້ຈຸລັງມະເຮັງອ່ອນແອລົງ, ມີຊ່ວຍສ່ວນປ້ອງກັນ ແລະ ຫຼຸດຄວາມສ່ຽງຈາກການເກີດພະຍາດມະເຮັງ, ມີສ່ວນປ້ອງກັນການເກີດພະຍາດຫຼອດເລືອດຫົວໃຈ ແລະ ພະຍາດຫົວໃຈ, ຊ່ວຍບັນເທົາອາການປວດເມືອຍບໍລິເວນຂໍ້ບັ້ນແອວ, ມີສ່ວນຊ່ວຍປ້ອງກັນພະຍາດຜີວໜັງ. ແກ່ນໝາກອຶ ມີລົດມັນ ຂັບພະຍາດຕົວຕິດ, ຂັບປັດສະວະ, ບຳລຸງຮ່າງກາຍ, ແກ້ພິດປອດບວມ. ຮາກ ມີລົດເຢັນ ຕົ້ມນໍ້າດື່ມ ບຳລຸງຮ່າງກາຍດ ແກ້ໄອ, ຖອນພິດຂອງຝີ, ດັບພິດແມງໄມ້ກັດຕອດ. ຂົ້ວມີຣົດເຢັນ, ຝົນກັບໝາກນາວປະສົມໄຍຝ້າຍເຝົາໄຟ ຮັບປະທານແກ້ພິດບົ້ງກືກັດ. ເຍື່ອກາງໝາກ ມີຣົດຫວານ ພອກ ແກ້ພົກຊໍ້າ, ແກ້ປວດອັບເສບ. ຢາງ ແກ້ພິດພື້ນຄັນ.

ຄຸນຄ່າດ້ານໂພຊະນາການຂອງໝາກອຶຕໍ່ 100 ກຼາມ:

  • kcal 44
  • Water 87.4 (g)
  • Protein 1.3 (g)
  • Fat 0.3 (g)
  • Carb 7.8 (g)
  • Fiber 2.4 (g)
  • ASH 31 (mg)
  • Ca 440 (mg)
  • P 30 (mg)
  • Na 43 (mg)
  • K 178 (mg)
  • Fe 0.7 (mg)
  • Cu 0.06 (mg)
  • Zn 0.9 (mg)
  • Carotene 1019 (mcg)
  • Vitamin A 85 (RAE mcg)
  • Vitamin B1 0.06 (mg)
  • Vitamin B2 0.05 (mg)
  • Vitamin B3 0.5 (mg)
  • Vitamin C 15 (mg)
  • MicronutSc 0.73
Contribute