ແຈ່ວບອງເຂົ້າຂົ້ວຊຽງຂວາງ

ບົວວອນ ທິບພາວັນ
ແຈ່ວບອງຊຽງຂວາງມີຫຼາກຫຼາຍລົດຊາດ ຢ່າງເຊັ່ນແຈ່ວບອງເຂົ້າຂົ້ວຊຽງຂວາງ ເຊິ່ງເປັນອີກໜຶ່ງອາຫານທີ່ຊາວເມືອງຄໍາ ແຂວງຊຽງຂວາງນິຍົມເຮັດກິນ.
ເຮືອນຄົວລາວ
ແຈ່ວບອງເຂົ້າຂົ້ວຊຽງຂວາງ
phakhaolao.la

ສ່ວນປະກອບ:

  • ໝາກເຜັດ
  • ເຂົ້າຂົ້ວ
  • ຜັກທຽມ
  • ໝາກມາດ
  • ໜໍ່ໄມ້ສົ້ມ
  • ເກືອ
  • ແປ້ງນົວ
  • ນໍ້າຕານ

ຂັ້ນຕອນການປຸງແຕ່ງ

  1. ນໍາໝາກເຜັດໄປຂົ້ວແລ້ວນໍາໄປຕໍາໃຫ້ລະອຽດປະມານ 1 ບ່ວງແກງ
  2. ເອົາໜໍ່ໄມ້ສົ້ມ ແລະ ນໍ້າໜໍ່ໄມ້ສົ້ມປະມານ 1 ບ່ວງຈອງ ປະສົມກັບນໍ້າ 1 ຈອກ ແລ້ວນໍາໄປຕົ້ມໃຫ້ສຸກ, ປະໄວ້ໃຫ້ເຢັນ
  3. ຂົ້ວໝາກມາດໃຫ້ມີກິ່ນຫອມ, ຫຼັງຈາກນໍາໄປຕໍາໃຫ້ລະອຽດ ປະມານ 1 ບ່ວງກາເຟ
  4. ປອກຜັກທຽມ ແລ້ວນໍາໄປຂົ້ວໃຫ້ສຸກ ຫຼັງຈາກນັ້ນກໍຕໍາໃຫ້ລະອຽດ
  5. ນຳໝາກມາດ ແລະ ຜັກທຽມທີ່ກຽມໄວ້ແລ້ວນັ້ນມາຕຳເຂົ້າກັນ ຫຼັງຈາກນັ້ນໃສ່ໝາກເຜັດຕໍາລະອຽດແລ້ວຕື່ມ ເກືອ, ແປ້ງນົວ, ນໍ້າຕານລົງແລ້ວຕໍາໃຫ້ເຂົ້າກັນ
  6. ຈາກນັ້ນເອົາໜໍ່ໄມ້ສົ້ມທີ່ຕົ້ມສຸກແລ້ວນັ້ນ ລົງໄປໃສ່ ແລ້ວຕື່ມເຂົ້າຂົ້ວລົງ ພ້ອມກັບຕື່ມນໍ້າໜໍ່ໄມ້ສົ້ມລົງໜ້ອຍໜຶ່ງ ຈາກນັ້ນຕໍາໃຫ້ເຂົ້າກັນອີກຄັ້ງ
  7. ຊິມເບິ່ງລົດຊາດຕາມໃຈມັກ ຖືວ່າຮັບປະທານໄດ້ແລ້ວ.
ການປະກອບສ່ວນ