ແຈ່ວນ້ຳປູ

Andy Souvanhphukdee
ແຈ່ວນ້ຳປູ ເປັນສັນຍາລັກຂອງຊາວກະລອມ ແຂວງຫຼວງນ້ຳທາ, ເວົ້າໄດ້ວ່າເປັນຈະລິຍະທຳຂອງກຸ່ມຄົນບ້ານທ່າເຮືອ ປຸງແຕ່ງດວ້ຍກະທຽມດິບ ແລະ ຮັບປະທານກັບຕົ້ມໜໍ່ໄມ້
ເຮືອນຄົວລາວ
https://foodfromnorthernlaos.com/
Kees Sprengers (The Boat Landing Cookbook)

ສ່ວນປະສົມ
•  ຄະນໍ 2 ບ່ວງຊາ
•  ກະທຽມ 1 ຫົວ (ແກະເປືອກອອກໃຫ້ໝົດ ແລ້ວຊອຍເປັນປ່ຽງບາງໆ)
•  ໝາກເຜັດດິບ 3 ໜ່ວຍນ້ອຍ
•  ໝາກເຜັດຫວານ 4 ໜ່ວຍໃຫ່ຍ (ຍາວປະມານ 10-12 ຊມ)
•  ນ້ຳປູ 1 ½ ບ່ວງຊາ (ໃສ່ນ້ຳ ຫຼື ນ້ຳແກງເພື່ອຄວາມເຂັ້ມຂຸ້ນຂອງແຈ່ວ)
ສຳລັບ 4 ຄົນ

ວິທີປຸງແຕ່ງ
1.  ແຍກສຽບໝາກເຜັດຫວານ ແລະ ໝາກເຜັດດິບໃສ່ໄມ້ໃຜ່ ແລ້ວນຳໄປວາງໃສ່ເຕົາໄຟ ຈີ່ຈົນກວ່າຈະສຸກ ຫຼື ຂົນກ່ວາເປືຶອກບາງສ່ວນໄຫມ້
2.  ຕຳກະທຽມ ໃສ່ຄະນໍ
3.  ເອົາເປືອກໝາກເຜັດດິບ ແລະ ກ້ານທີ່ໄຟໄຫມ້ອອກໃຫ້ໝົດ ແລ້ວໃສ່ລົງຄົກ
4.  ປາດໝາກເຜັດຫວານ, ແກະເປືອກທີ່ໄຟໄຫມ້ ແລະ ໄສ້ພ້ອມແກ່ນອອກໃຫ້ຫມົດເພື່ອຕຳກັບສ່ວນປະສົມອື່ນໆ. ໃສ່ນ້ຳປູ ແລະ ນ້ຳແກງ 2 ບ່ວງແກງ ຄົນຈົນເຂົ້າກັນແລ້ວຕັກໃສ່ຖ້ວຍ
ຂໍ້ມູນຈາກ ອາຫານພາກເໜືອລາວ ປຶ້ມສູດອາຫານເຮືອນພັກທ່າເຮືອ
ວີດີໂອຈາກ KrazyKAT Recipes

ການປະກອບສ່ວນ