ແຈ່ວບອງເຂົ້າຂົ້ວຊຽງຂວາງ
ແຈ່ວບອງຊຽງຂວາງມີຫຼາກຫຼາຍລົດຊາດ ຢ່າງເຊັ່ນແຈ່ວບອງເຂົ້າຂົ້ວຊຽງຂວາງ ເຊິ່ງເປັນອີກໜຶ່ງອາຫານທີ່ຊາວເມືອງຄໍາ ແຂວງຊຽງຂວາງນິຍົມເຮັດກິນ.
ເຮືອນຄົວລາວ
phakhaolao.la
ສ່ວນປະກອບ:
- ໝາກເຜັດ
- ເຂົ້າຂົ້ວ
- ຜັກທຽມ
- ໝາກມາດ
- ໜໍ່ໄມ້ສົ້ມ
- ເກືອ
- ແປ້ງນົວ
- ນໍ້າຕານ
ຂັ້ນຕອນການປຸງແຕ່ງ
- ນໍາໝາກເຜັດໄປຂົ້ວແລ້ວນໍາໄປຕໍາໃຫ້ລະອຽດປະມານ 1 ບ່ວງແກງ
- ເອົາໜໍ່ໄມ້ສົ້ມ ແລະ ນໍ້າໜໍ່ໄມ້ສົ້ມປະມານ 1 ບ່ວງຈອງ ປະສົມກັບນໍ້າ 1 ຈອກ ແລ້ວນໍາໄປຕົ້ມໃຫ້ສຸກ, ປະໄວ້ໃຫ້ເຢັນ
- ຂົ້ວໝາກມາດໃຫ້ມີກິ່ນຫອມ, ຫຼັງຈາກນໍາໄປຕໍາໃຫ້ລະອຽດ ປະມານ 1 ບ່ວງກາເຟ
- ປອກຜັກທຽມ ແລ້ວນໍາໄປຂົ້ວໃຫ້ສຸກ ຫຼັງຈາກນັ້ນກໍຕໍາໃຫ້ລະອຽດ
- ນຳໝາກມາດ ແລະ ຜັກທຽມທີ່ກຽມໄວ້ແລ້ວນັ້ນມາຕຳເຂົ້າກັນ ຫຼັງຈາກນັ້ນໃສ່ໝາກເຜັດຕໍາລະອຽດແລ້ວຕື່ມ ເກືອ, ແປ້ງນົວ, ນໍ້າຕານລົງແລ້ວຕໍາໃຫ້ເຂົ້າກັນ
- ຈາກນັ້ນເອົາໜໍ່ໄມ້ສົ້ມທີ່ຕົ້ມສຸກແລ້ວນັ້ນ ລົງໄປໃສ່ ແລ້ວຕື່ມເຂົ້າຂົ້ວລົງ ພ້ອມກັບຕື່ມນໍ້າໜໍ່ໄມ້ສົ້ມລົງໜ້ອຍໜຶ່ງ ຈາກນັ້ນຕໍາໃຫ້ເຂົ້າກັນອີກຄັ້ງ
- ຊິມເບິ່ງລົດຊາດຕາມໃຈມັກ ຖືວ່າຮັບປະທານໄດ້ແລ້ວ.