ແຈ່ວເຫັດຫວາຍ

Andy Souvanhphukdee
ແຈ່ວເຫັດຫວາຍ ກິນກັບເຂົ້າໜຽວຮ້ອນໆ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ເຫັດຫວາຍ 5 ດອກ
  • ໝາກເຜັດ 8 ໜ່ວຍ
  • ຫອມບົ່ວໃບ 5 ຕົ້ນ
  • ເກືອ ½ ບ່ວງຊາ
phakhaolao.la
Phakhaolao.la

ວິທີປຸງແຕ່ງ

  • ນຳເຫັດມາລ້າງນ້ຳໃຫ້ສະອາດ
  • ຈີ່ເຫັດ, ໝາກເຜັດ ແລະ ຫອມບົ່ວໃບ ໃຫ້ສຸກ (ສຳລັບການຈີ່ເຫັດ ໃຊ້ເວລາຄ່ອນຂ້າງດົນ ປະມານ 10-20 ນາທີ)
  • ຊອຍ ຫຼື ຈີກເຫັດໃຫ້ເປັນຕ່ອນນ້ອຍ ເພື່ອຄວາມສະດວກໃນເວລາຕຳ
  • ໃສ່ເກືອ, ໝາກເຜັດ ແລະ ເຫັດຈີ່ລົງໃນຄົກ ຕຳໃຫ້ເຂົ້າກັນ ຫຼື ຈົນກ່ວາເຫັດຈະມຸ່ນ
  • ໃສ່ຫອມບົ່ວໃບ ແລ້ວຕຳອີກເທື່ອໜຶ່ງ
  • ຊິມ ແລະ ເພີ່ມເຄື່ອງປຸງຕາມຕ້ອງການ
  • ຕັກໃສ່ຖ້ວຍພ້ອມຮັບປະທານກັບເຂົ້າໜຽວນື້ງສຸກອຸ່ນໆ
ການປະກອບສ່ວນ