ແຈ່ວແມງດາ

Andy Souvangphukdee
ລະດູຝົນມາຮອດ ທຸ່ງນາກໍອຸດົມສົມບູນໄປດ້ວຍອາຫານການກິນເຊັ່ນ ກົບ, ປູນາ ແລະ ແມງດາ. ຈາກກິ່ນພິເສດຂອງແມງດາເມື່ອຖູກນຳມາປະສົມປະສານກັບເຄື່ອງເທດ ກະທຽມແລະໝາກເຜັດແລ້ວ ບໍ່ຢາກຈະເຊື່ຶອວ່າຈະຫອມ ແລະ ແຊບສຸດໆ.
ເຮືອນຄົວລາວ
MICK SHIPPEN

ເຄື່ອງປະສົມ
• ໝາກນໍ້າ 2 ໜ່ວຍ ຂະໜາດເທົ່າກັບຈອກຊາ
• ກະທຽມ 1 ຫົວ
• ແມງດາ 4 ຕົວ
• ໝາກເຜັດດິບສີຂຽວ 10 ໜ່ວຍນ້ອຍ ( ຫຼື ໝາກເຜັດໃຫ່ຍ 3 ໜ່ວຍ)
• ເກືອໜຶ່ງບ່ວງເຄິ່ງ (ບ່ວງຊາ)
• ສະອິ້ວ 1 ບ່ວງຊາ
• ນໍ້າຕານ ¼ ບ່ວງຊາ
• ຫອມປ້ອມຊອຍ 3 ບ່ວງແກງ
• ໝາກແຕງ 1 ໜ່ວຍ

ວິທີປຸງແຕງ
1. ຕັດໝາກນໍ້າເປັນ 4 ປ່ຽງແລ້ວໜຶ້ງປະມານ 15 ນາທີຈົນກ່ວາຈະສຸກ
2. ຈີ່ກະທຽມ, ໝາກເຜັດ ແລະ ແມງດາ ຈົນກວ່າຈະສຸກ (ແມງດາຕ້ອງຈີ່ໃຫ້ອອກສີດຳໜ້ອຍໜຶ່ງ)
3. ຖ້າໃຊ້ໝາກເຜັດໃຫ່ຍໃຫ້ແຍກອອກ ຕຳຕ່າງຫາກ, ຕໍາແມງດາໃຫ້ລະອຽດ ໂດຍສະເພາະ ປີກແຂງ ຫຼັງຈາກນັ້ນໃຫ້ເອົາເປືອກກະທຽມອອກໃຫໝົດ
4. ຕຳກະທຽມ ແລະ ໝາກເຜັດພ້ອມໃສ່ເກືອ ຫຼັງຈາກນັ້ນໃສ່ແມງດາທີ່ຕຳລະອຽດລົງໄປໃນຄົກ ແລ້ວໃສ່ນໍ້າຕານ, ນ້ຳປາ ແລະ ຫອມປ້ອມຊອຍ
5. ຕັກໃສ່ຖ້ວຍ (ເພີ່ມນ້ຳໃສ່ ຖ້າຫາກເນື້ອແຈ່ວແຫ້ງເກີນໄປ)
6. ນຳໝາກນໍ້າທີ່ໜຶ້ງໄວ້ ອອກໃສ່ຖ້ວຍ ພ້ອມໝາກແຕງຊອຍ

ຄຳແນະນຳ
ສາມາດໃສ່ ຫົວຜັກບົ່ວ ແລະ ໝາກເຂືອໄດ້ຕາມຕ້ອງການ

ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານຈາກພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ວີດີໂອຈາກ HOME MADE BY KAYSONE

ການປະກອບສ່ວນ