ແຈ່ວບອງ

Andy Souvanhphukdee
ແຈ່ວບອງໜຶ່ງໃນເມນູອາຫານທີ່ ເປັນເອກະລັກຂອງລາວ ປຸງແຕ່ງໄດ້ງ່າຍ ແຕ່ມີລົດຊາດທີ່ແຊບສຸດໆ ຮັບປະທານກັບເຂົ້າໜຽວຮ້ອນໆ ແລະ ຍັງສາມາດປຸງແຕ່ງເປັນສິນຄ້າ ສ້າງລາຍຮັບໃຫ້ກັບຄອບຄົວອີກດ້ວຍ
ເຮືອນຄົວລາວ
https://www.youtube.com/watch?v=V1Bs4A5-ISI
May Laos.kitchen

ເຄື່ອງປະກອບ
  •  ໝາກເຜັດໃຫ່ຍແຫ້ງ
  •  ຫົວຂ່າ
  •  ຫົວຂີງ
  •  ຫົວຜັກທຽມແຫ້ງ
  •  ຫົວຜັກບົ່ວແຫ້ງ
  •  ເກືອ
  •  ແປ້ງນົວ
  •  ນ້ຳຕານ
  •  ໜັງແຫ້ງ
  •  ນ້ຳມັນພືດ

ວິືທີປຸງແຕ່ງ
  1.  ປອກຂ່າ, ຂີງ, ຫົວຜັກທຽມ, ຫົວຜັກບົ່ວ, ລ້າງນ້ຳໃຫ້ສະອາດ
  2.  ນຳມາທອດນ້ຳມັນພືດດ້ວຍໄຟອ່ອນໆ ພໍໃຫ້ເຫຼືອງ. ຈາກນັ້ນນຳມາຕຳລວມເຂົ້າກັນໃຫ້ມຸ່ນ
  3.  ຈີ່ໜັງໃຫ້ສຸກ, ທຸບ ຫຼື ຊອຍ ເປັນຕ່ອນນ້ອຍໆ ແລ້ວນຳໄປແຊ່ນ້ຳໃຫ້ອ່ອນ
  4.  ແກະແກ່ນໝາກເຜັດໃຫ່ຍອອກ ເອົາແຕ່ກາບໝາກເຜັດໄປແຊ່ນ້ຳອຸ່ນປະມານ 1 ຊົ່ວໂມງ ແລ້ວຟັກໃຫ້ມຸ່ນ. ຈາກນັ້ນ ເອົາມາຂົ້ວປະສົມກັບໜັງ ແລະ ເຄື່ອງປະສົມທີ່ຕຳໄວ້
  5.  ປຸງລົດຊາດດ້ວຍເກືອ, ນ້ຳຕານ ແລະ ແປ້ງນົວໃຫ້ແຊບຕາມໃຈມັກ
  6.  ເກັບມ້ຽນໄວ້ໃນກວດແກ້ວ ຫຼື ກະປຸກ ສາມາດເກັບໄວ້ກິນດົນປະມານ 3-5 ເດືອນ
ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ May Laos.kitchen

ການປະກອບສ່ວນ