ແຈ່ວໜໍ່ຂົມ

Andy Souvanhphukdee
ແຈ່ວໜໍ່ຂົມ ຮັບປະທານກັບຜັກລວກ, ໝາກເຂືອ ຫຼື ຜັກກັບ ທຸກຊະນິດໄດ້ຕາມຕ້ອງການ
ເຮືອນຄົວລາວ
https://www.thepicbear.com/share/Bvgyvo_g8fQ
@khone_food

ສ່ວນປະສົມ
  •  ໜໍ່ຂົມ 3 ໜໍ່ນ້ອຍ ຫຼື 1 ໜໍ່ໃຫ່ຍ
  •  ເກືອ ½ ບ່ວງຊາ
  •  ແປ້ງນົວ ½ ບ່ວງຊາ
  •  ໝາກເຜັດສຸກ ຫຼື ດິບ 2-3 ໜ່ວຍ (ສາມາດໃສ່ເພີ່ມ ຖ້າຕ້ອງການ)
  •  ກະທຽມ 3 ກີບ
  •  ຫົວຜັກບົ່ວ 1 ຫົວ
  •  ຜັກຫອມປ້ອມ 2 ຕົ້ນ
ສຳລັບ 2-3 ຖ້ວຍ

Phakhaolao.com

ວິທີປຸງແຕ່ງ
  1.  ລ້າງໜໍ່ໄມ້ໃຫ້ສະອາດ
  2.  ນຳໜໍ່ໄມ້, ກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດມາຈີ່ໃຫ້ສຸກ (ສະເພາະໜໍ່ໄມ້ອາດໃຊ້ເວລາຈີ່ຄ່ອນຂ້າງດົນ ຄວນຈີ່ໃຫ້ເປືອກໜໍ່ ໄໝ້ຈົນດຳ)
  3.  ນຳກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດທີ່ຈີ້ຈົນສຸກແລ້ວ ໃສ່ລົງໃນຄົກ ຕາມດ້ວຍເກືອ ແລະ ແປ້ງນົວ
  4.  ຊອຍ ຫຼື ຟັກ ໜໍ່ໄມ້ເປັນຕ່ອນນ້ອຍໆ
  5.  ໃສ່ໜໍ່ໄມ້ລົງໃນຄົກ, ຕຳສ່ວນປະສົມທຸກຢ່າງໃຫ້ເຂົ້າກັນ
  6.  ໃສ່ຜັກຫອມປ້ອມ ແລ້ວຕຳອີກເທື່ອໜຶ່ງ
  7.  ຊິມ ແລະ ເພີ່ມສ່ວນປະສົມຕາມຕ້ອງການ
  8.  ຕັກໃສ່ຖ້ວຍ ພ້ອມຮັບປະທານ

ການປະກອບສ່ວນ