ແກງເຫັດໃສ່ນໍ້າໃບຢານາງ

Andy Souvanphakdy
ແກງເຫັດໃສ່ໃບຢານາງ ປະກອບດ້ວຍພືດສະໝຸນໄພພື້ນບ້ານຫາໄດ້ຕາມຮົ້ວສວນ
ເຮືອນຄົວລາວ
phakhaolao.la

ສ່ວນປະສົມ

  • ເຫັດ 1 ຈານ
  • ໝາກອຶຊອຍ 1 ຖ້ວຍນ້ອຍ
  • ໝາກບວບຊອຍ 1 ຖ້ວຍນ້ອຍ
  • ໝາກເຜັດຕໍາ 1-2 ບ່ວງແກງ
  • ຍອດໝາກບວບ 1 ຈານ
  • ຜັກຂະແຍງ 1/2 ມັດ
  • ນໍ້າຢານາງ 1 ຖ້ວຍໃຫ່ຍ
  • ເຂົ້າເບືອ 3 ບ່ວງແກງ
  • ນໍ້າປາແດກ 3-4 ບ່ວງແກງ

ວິທີປຸງແຕ່ງ

  1. ຄ້າງໝໍ້ຕົ້ມນໍ້າຢານາງ ຕາມດ້ວຍເຫັດ, ໝາກອຶ ແລະ ໝາກບວບ
  2. ຫຼັງຈາກນໍ້າເດືອດໃຫ້ໃສ່ເຂົ້າເບືອ, ໝາກເຜັດ ແລະ ນໍ້າປາແດກ
  3. ລໍຖ້າ 10 ນາທີ ຫຼື ຈົນນໍ້າເດືອດ ແລ້ວໃສ່ ຜັກຂະແຍງ ແລະ ຍອດໝາກບວບ ປິດຝາປະໄວ້
  4. ຖ້າຈົນນໍ້າເດືອດ ແລ້ວຕັກໃສ່ຖ້ວຍພ້ອມຮັບປະທານ
ການປະກອບສ່ວນ