ຜັກຂະແຍງ / Finger grass

ການນຳໃຊ້
ອາຫານ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Limnophila geoffrayi Bonati. / Scrophulariaceae.
ຊື່ພ້ອງ
ຊື່ອື່ນ
ໄທ: ຜັກຂະແຍງ, ຜັກກະ, ຜັກພະອາ, ກະອົມ.
ວຽດນາມ: ລັງບົມນາຍ, ມົດວຸງໂຣ, ໂຣໂຍ, ໂຣອົມ.
ກຳປູເຈຍ: ມາອົມ, ປຣາມັດເດພະນົມ.
ຈີນ: ຊີລົງເວ.
ອັງກິດ: finger grass, rice paddy herb, sparrow herb.
ສະຖານະພາບການອະນຸລັກ
Least Concern
ບັນຍາຍລັກສະນະພືດສາດ

ຜັກຂະແຍງ ເປັນພືດນ້ຳຊະນິດໜື່ງ, ທີມີຫຼາຍ, ມີຄວາມຍາວປະມານ 0.1-1 ມ. ໃບເປັນຮູບຫອກ ມີຂະໜາດ 2-7 x 5-15 ມມ, ເກີດເປັນຊັ້ນ, ຊັ້ນລະ 3 ໃບ, ຂອບໃບເປັນລັກສະນະແຂ້ວເລື່ອຍ. ດອກບາງຄັ້ງເກີດເປັນຊໍ່ຍາວ, ດອກມີສີຟ້າ, ແຕ່ລະດອກ ຄວາມຍາວປະມານ 1-1.3 ຊມ. ໝາກເປັນ ຮູບໄຂ່, ຂະໜາດ 6 x 3 ມມ ບັນຈຸມີຫຼາຍແກ່ນ, ແຕ່ລະແກ່ນ ຍາວ 0.5 ມມ.

ບັນຍາຍການນຳໃຊ້

ຍອດອ່ອນ ແລະ ໃບຂອງຜັກຂະແຍງ ມີກິ່ນຫອມ ແລະ ສາມາດກິນດິບກັບປາແດກ ຫຼື ແຈ່ວໄດ້, ທັງສາມາດນຳມາປະກອບເປັນເຄື່ອງປຸງກິ່ນ ແລະ ລົດຊາດຂອງອາຫານປະເພດແກງຕ່າງໆ ໂດຍສະເພາະ ແມ່ນແກງໜໍ່ໄມ້. ໃບຂອງມັນມີສັບພະຄຸນປິ່ນປົວອາການເບື່ອເມົາ ແລະ ການເຈັບປວດໄດ້ ແລະ ມີການເຊື່ອກັນວ່າ ສາມາດປ້ອງກັນມະເຮັງໄດ້. ສຳລັບລຳຕົ້ນເປັນຢາກິນເຂົ້າແຊບ, ກຳຈັດນ້ຳເມືອກ ຫຼື ນ້ຳຢາງເຫຼືອງ, ປິ່ນປົວອາການໄຂ້, ຂ້າພະຍາດລຳໄສ້, ປະຈຳເດືອນ ບໍ່ປົກກະຕິ, ແກ້ພະຍາດທ້ອງບິດ, ພະຍາດຕີນຊ້າງ ແລະ ຊ່ວຍຍ່ອຍອາຫານ

ການປະກອບສ່ວນ