ເຫັດຫູໜູແດງ / Jelly ear mushroom

ການນຳໃຊ້
ອາຫານ
ສີນຄ້າ
ພືດເປັນຢາ
ຊື່ວິທະຍາສາດ / ຕະກຸນ
Auricularia delicata (Mont. ex Fr.) Henn / Auriculariaceae
ຊື່ພ້ອງ
Auricula delicata (Mont. ex Fr.) Kuntze,
Auricularia auricula-judae var. delicata (Mont. ex Fr.) Rick
Auricularia delicata f. alba Kobayasi,
Auricularia delicata f. purpurea Kobayasi,
Calocera delicata Fr.,
Hirneola delicata (Fr.) Bres.,
Laschia delicata Mont. ex Fr.,
ຊື່ອື່ນ
Eng: Jelly ear mushroom
CHINESE : Zhou mu er.
FRENCH : Champignon en oreille ridé.
ບັນຍາຍລັກສະນະພືດສາດ

ເຫັດຊະນິດນີ້ດອກເປັນສີນໍ້າຕານຈາງຫາສີນໍ້າຕານ, ແຜ່ນອອກບາງ ກ້ຽງ ຫຼື ມີເສັ້ນນູນກາງດອກບາງບ່ອນ, ຂະໜາດຂອງດອກສາມາດກວ້າງເຖງ 100 ມມ ແລະ ມີຮູບຮ່າງຄືຫູໜູ ຫຼື ຫູຄົນ, ເວລາແຫ້ງຈະແຂງ, ບາງ ແລະ ຄືກະດູກອ່ອນ, ດອກສົດ ຫຼື ດອກແຫ້ງທີ່ຖືກນໍ້າຈະໜຽວນຸ້ມ ແລະ ຫົດຢືດໄດ້ຄືຢາງ.

ບັນຍາຍການນຳໃຊ້

ເປັນເຫັດຫູໜູຊະນິດທີ່ກິນໄດ້ ແລະ ມີລົດຊາດດີ, ສາມາດນໍາໄປປະກອບອາຫານໄດ້ຫຼາຍເມນູ, ມີການບໍລິໂພກໃນທ້ອງຖິນ ແລະ ບໍ່ຄ່ອຍຖືກວ່າງເປັນຂາຍໃນຕະຫຼາດ. ເຫັດຫູໜູມີປະໂຫຍດຫຼາຍຢາງເຊັ່ນ: ຊ່ວຍລົດອາການຄວາມດັນໂລຫິດສູງ, ຊ່ວຍໃຫ້ເລືອດໄຫຼວຽນໃນຮ່າງກາຍໄດ້ດີ......

ການປະກອບສ່ວນ