ແກງຫອຍ ເມນູນິຍົມຂອງຊົນເຜົ່າສະລາງ

bouavone thipphavanh
ແກງຫອຍ ໜຶ່ງໃນເມນູທີ່ນິຍົມຂອງຊົນເຜົ່າສະລາງ ບ້ານວັງມາເນີ ເມືອງບົວລະພາ ແຂວງຄໍາມ່ວນ
ເຮືອນຄົວລາວ
www.phakhaolao.la

 

ແກງຫອຍເປັນອາຫານທີ່ມີຊື່ສຽງໃນຫຼາຍຂົງເຂດ, ແຕ່ຂັ້ນຕອນການປຸງແຕ່ງຂອງແຕ່ລະທ້ອງຖິ່ນມີຄວສມໂດດເດັ່ນສະເພາະ ເຊັ່ນດຽວກັນກັບ ຊົນເຜົ່າສະລາງ ຢູ່ບ້ານວັງມາເນີ, ເມືອງບົວລະພາ, ແຂວງຄຳມ່ວນ ທີ່ໄດ້ມີວິທີການແຕ່ງອາຫານ ເມນູແກງຫອຍທີ່ມີຄວາມພິເສດສະເພາະຂອງຕົນ.

 

ສ່ວນປະກອບ:

  • ຫອຍ                                      0,5 ກິໂລແກຣມ   
  • ຈີ່ນາຍ                                     0,3 ກິໂລແກຣມ   
  • ໜໍ່ໄມ້                                      3 ໜໍ່   
  • ໝາກບວບ                               1 ໜ່ວຍ
  • ຫອມເປ                                   3-4 ໃບ 
  • ໝາກເຜັດ                                2 ໜ່ວຍ
  • ນໍ້າສະອາດ                                 1 ລິດ  
  • ເກືອ                                        1 ບ່ວງກາເຟ

ວິທີເຮັດ

  1. ຕັດໜໍ່ໄມ້ໃຫ້ມີຂະໜາດນ້ອຍ ແລ້ວນໍາໄປຕົ້ມໃຫ້ມັນຈືດ
  2. ນຳໝາກບວບມາປອກເປືອກ ແລະ ຕັດເປັນຕ່ອນໃຫ້ໄດ້ຂະໜາດຕາມຕ້ອງການ
  3. ນຳໜໍ່ໄມ້ທີ່ຕົ້ມແລ້ວ, ໝາກບວບ ແລະ ໝາກເຜັດໃສ່ໃນໝໍ້ ແລ້ວຕົ້ມປະມານ 3-4 ນາທີ
  4. ຕຳໝາກເຜັດ ແລະ ເກືອໃຫ້ລະອຽດ
  5. ເດັດປີກ ແລະ ໄສ້ຂີ້ຈີ່ນາຍ ຫຼັງຈາກນັ້ນນຳໄປລ້າງໃຫ້ສະອາດແລ້ວນຳໄປໃສ່ໝໍ້
  6. ຕັດກົ້ນຫອຍອອກເພື່ອງ່າຍໃນການຮັບປະທານ ແລ້ວໃຫ້ສະອາດ ຈາກນັ້ນນຳລົງໃນໝໍ້ປະສົມທຸກຢ່າງໃຫ້ເຂົ້າກັນ.
  7. ແກງປະໄວ້ປະມານ 10 ນາທີ.
  8. ໃສ່ຫອມເປລົງໝໍ້ໂດຍຕັດເປັນຕ່ອນຕາມຄວາມຕ້ອງການ ແລ້ວຄົນໃຫ້ເຂົ້າກັນ.

 

 

ການປະກອບສ່ວນ