ແກງໜໍ່ໄມ້ໃສ່ຈີ້ນາຍ

Buavone Tipphavanh
ແກງໜໍ່ໄມ້ໃສ່ຈີ້ນາຍ ອາຫານພື້ນບ້ານ. ໃນປະເທດລາວມີໜໍ່ໄມ້ຫຼາກຫຼາຍຊະນິດ ສາມາດເລືອກຮັບປະທານໄດ້ຫຼາກຫຼາຍຕາມລະດູການ
ເຮືອນຄົວລາວ
phakhaolao.la

ສ່ວນປະກອບ

  • ໃບຢານາງ 1 ກຳມື
  • ໜໍ່ໄມ້ຕົ້ມ 500 ກຣາມ
  • ຈີ້ນາຍ 1/2 ຖ້ວຍນ້ອຍ
  • ຜັກຂະ 8 ຍອດ
  • ຜັກຂະແຍງ 1 ກຳມື
  • ໝາກເຜັດສຸກ 4 ໜ່ວຍ
  • ເກືອ 1 ບ່ວງຊາ
  • ເຂົ້າເບືອ 3 ບ່ວງແກງ
  • ປາແດກ 1/2 ຖ້ວຍນ້ອຍ

ວິທີປຸງແຕ່ງ

  1. ຊອຍໜໍ່ໄມ້

  2. ຍ່ອງໃບຢານາງໃສ່ກັບນໍ້າ

  3. ຕົ້ມນໍ້າຢານາງ

  4. ຫຼັງຈາກນໍ້າຮ້ອນ ໃຫ້ໃສ່ໜໍ່ໄມ້, ໃສ່ເຫັດ, ໝາກບວບ ແລະ ໝາກອຶຊອຍ

  5. ຕຳເຂົ້າເບືອໃຫ້ມຸ່ນລະອຽດ, ແລ້ວໃສ່ລົງໝໍ້

  6. ໃສ່ຈີ່ນາຍ, ລໍຖ້າໃຫ້ນໍ້າຟົດ ແລ້ວໃສ່ປາແດກ

  7. ຕໍ່ມາໃຫ້ໃສ່ຜັກຂະແຍງ ແລະ ຜັກຂະ, ປິດຝາປະໄວ້ 10 ນາທີ ພ້ອມຮັບປະທານ

 

ສູດອາຫານ ດວງແຂ ແກ້ວນ້ອຍ

ການປະກອບສ່ວນ