ແຈ່ວຈີ່ນາຍ

Andy Souvanhphukdee
ແຈ່ວຈີ່ນາຍແຊບຯ ກິນກັບເຂົ້າໜຽວຮ້ອນໆ ຄືອາຫານອັນເລີດລົດແບບບ້ານນາ
ເຮືອນຄົວລາວ
www.phakhaolao.la

ສ່ວນປະສົມ

  • ຈີ່ນາຍ 1 ຖ້ວຍ
  • ກະທຽມ 1 ຫົວ
  • ຫົວຜັກບົ່ວ 2 ຫົວ
  • ໝາກເຜັດດິບ 8-9 ໜ່ວຍ (ຫຼື ຕາມຕ້ອງການ)
  • ຫອມປ້ອມ 1 ບ່ວງແກງ (ຊອຍ)
  • ຫອມບົ່ວໃບ 1 ບ່ວງແກງ (ຊອຍ)
  • ເກືອ 1/2 ບ່ວງຊາ
  • ນ້ຳປາ 1 ບ່ວງຊາ
phakaolao.la

ວິທີປຸງແຕ່ງ

  • ຊອຍຫອມບົ່ວ ແລະ ຫອມປ້ອມ
  • ຈີ່ ຫຼື ຂົ້ວຈີນາຍໃຫ້ສຸກ
  • ຈີ່ຫົວຜັກທຽມ, ຫົວຜັກບົ່ວແດງ ແລະ ໝາກເຜັດໃຫ້ສຸກ
  • ໃສ່ຫົວຜັກທຽມ, ຫົວຜັກບົ່ວແດງ ແລະ ໝາກເຜັດລົງຄົກ ຕາມດ້ວຍເກືອ. ຕຳ
  • ໃສ່ຈີ່ນາຍລົງ ໄປ ແລ້ວຕຳສ່ວນປະສົມຄົກຢ່າງໃຫ້ເຂົ້າກັນ ກ່ອນທີ່ຈະປິດທ້າຍດ້ວຍຫອມບົ່ວ ແລະ ຫອມປ້ອມຊອຍ
  • ຕັກໃສ່ຖ້ວຍພ້ອມຮັບປະທານ
ການປະກອບສ່ວນ