ເອາະໜໍ່ໄມ້ສົ້ມໃສ່ກົບ

Andy Souvanhphukdee
ໜໍ່ໄມ້ສາມາດນຳມາແປຮູບອາຫານໄດ້ຫຼາກຫຼາຍວິທີ ບໍ່ວ່າຈະເປັນໜໍ່ໄມ້ຖົງ ຫຼື ໜໍ່ໄມ້ສົ້ມ
ເຮືອນຄົວລາວ
Phakhaolao.la
phakhaolao. la

ສ່ວນປະສົມ

  • ກົບ 2 ໂຕໃຫ່ຍ
  • ໜໍ່ໄມ້ສົ້ມ 1 ຖ້ວຍນ້ອຍ
  • ຫອມບົ່ວໃບ 3 ຕົ້ນ
  • ຜັກຊີ 1ມັດນ້ອຍ
  • ຜັກອີ່ຕູ່ 1 ມັດນ້ອຍ
  • ໝາກເຜັດ 4-5 ໜ່ວຍ (ຕາມຕ້ອງການ)
  • ຜັກທຽມ 1 ຫົວ
  • ຫົວສີໄຄ 2 ຫົວ
  • ເຂົ້າເບືອ 1 ຖ້ວຍນ້ອຍ ຕຳໃຫ້ລະອຽດ
  • ເກືອ ½ ບ່ວງແກງ
  • ສຳລັບ 2 ຖ້ວຍ

ວິທີປຸງແຕ່ງ

  • ນຳກົບມາລ້າງໃຫ້ສະອາດ ແລ້ວຕັດເປັນຕ່ອນ ຂະໜາດຕາມຕ້ອງການ
  • ຄ້າງໝໍ້ປະໄວ້ໃຫ້ເດືອດ
  • ນຳໝາກເຜັດ, ຫົວຜັກທຽມ ໄປຈີ່ ເພື່ອກິ່ນຫອມ
  • ທຸບຫົວສີໄຄ, ຊອຍໝາກເຜັດ ແລະ ລ້າງໜໍ່ໄມ້ສົ້ມ 2-3 ນ້ຳ, ນຳໄປຕົ້ມປະມານ 10 ນາທີ ໃນໝໍ້ນ້ຳທີ່ຄ້າງປະໄວ້ 
  • ໃສ່ກົບລົງໄປ ຕົ້ມຈົນນ້ຳຟົດ ແລ້ວໃສ່ເຂົ້າເບືອ, ປິດຝາປະໄວ້ 15 ນາທີ
  • ໃສ່ຜັກອີຕູ່ ແລະ ຜັກຊີ ປິດຝາໄວ້ 2-3 ນາທີ
  • ໃສ່ຫອມບົ່ວໃບ, ປິດໄຟ ແລະ ຕັກໃສ່ຖ້ວຍພ້ອມຮັບປະທານ
ການປະກອບສ່ວນ