ເຂົ້າປຸ້ນ / Rice noodle with spicy broth

Andy Souvanhphukdee
ເຂົ້າປຸ້ນ ອາຫານປະຈຳຂອງຄົນລາວ ຫຼາຍຄົນໃຊ້ເປັນອາຫານວ່າງ ສາມາດກິນໄດ້ຕະຫຼອດເວລາ ເຊິ່່ງຈະແຕກຕ່າງຈາກເຂົ້າຊອຍເພາະວ່າ ເຂົ້າຊອຍເປັນອາຫານພື້້ນບ້ານ ຈານຫຼັກຂອງຊາວຫຼວງນໍ້າທາ
ເຮືອນຄົວລາວ
Easy Delivery

ສ່ວນປະສົມ
•  ປາ 500 g
•  ກະດູກໝູຊີ້ນຕິດ Kg
•  ນໍ້າ 2 L
•  ເກືອ 2 ບ່ວງຊາ
•  ຫົວສີໄຄ 1 ຫົວ
•  ຂີງ ຫຼື ຂ່າ 6 ຫົວຊອຍ
•  ຜັກຫອມປ້ອມ 3 ຕົ້ນ
•  ຫອມບົ່ວໃບ 3 ຕົ້ນ
•  ປາແດກ 2 ບ່ວງແກງ
•  ເລືອດ 360 g ຕັດເປັນຕ່ອນ 2,5 ຊມ
•  ຊີ້ນໝູ 300 g
•  ໝາກເຜັດປົ່ນ 2 ບ່ວງຊາ
•  ກະທິ 3 ຈອກ

ສ່ວນປະສົມເພີ່ມເຕີມ
•  ເຂົ້າປຸ້ນສົດ 1 Kg
•  ໝາກຫຸ່ງ ເຄິ່່ງໜ່ວຍ ຫຼື ຫົວກະຣົດ 1 ຫົວ ຊອຍ
•  ໝາກປີ 1 ຫົວ ຊອຍ
•  ກະລຳປີ 1 ຫົວຊອຍ
•  ຫອມບົ່ວໃບຊອຍ
•  ຖົ່ວງອກ 1 ຈອກ
•  ໃບຂີ້ຫູດ 6 ໃບ
•  ໝາກເຜັດ 6 ໜ່ວຍ
ສຳລັບຫົກຄົນ

ວິທີປຸງແຕ່ງ
1. ຄ້າງໝໍ້ຕົ້ມນໍ້າໃສ່ເກືອ ເພື່ອຕົ້ມຫົວສີໄຄ, ກະທຽມ, ຫົວຜັກບົ່ວ, ໃບຜັກບົ່ວ, ແລະ ຂ່າ ຕາມດ້ວຍກະດູກໝູ ຫຼັງຈາກຕົ້ມຈົນນໍ້າຟົດແລ້ວໃສ່ ນໍ້າປາ ແລະ ປາ 
2. ຫຼັງຈາກປາສຸກ ໃຫ້ຕັກອອກ ປະໄວ້ໃຫ້ເຢັນ ສຳລັບກະດູກໝູໃຫ້ຕົ້ມຕໍ່ໄປປະມານ 1 ຊົ່ວໂມງ ຫຼື ຈົນກວ່າ ຊີ້ນ ແລະ ກະດູກ ຈະເປື່ອຍແຍກອອກຈາກກັນ
3. ນໍາຊີ້ນໝູອອກຈາກໝໍ້ ພ້ອມກັ່ນຕອງ ຂ່າ, ຫົວຜັກຕ່າງໆ ອອກຈາກນໍ້າແກງ ຫຼັງຈາກນຳນໍ້າແກງອອກໝໍ້ແລ້ວ ນຳໝໍ້ໄປລ້າງໃຫ້ສະອາດ
4. ນໍານໍ້າແກງໃສ່ລົງໃນໝໍ້ອີກເທື່ອໜຶ່ງ
5. ໃສ່ເລືອດລົງໄປ ຕົ້ມຈົນຟູຂຶ້ນແລ້ວຕັກອອກ
6. ແກະກ້າງອອກຈາກປາໃຫ້ໝົດ ແລ້ວນຳຊີ້ນປາໃສ່ລົງໃນຄົກ ເພື່ອຕຳ. ແຍກຊີ້ນອອກຈາກກະດູກ ແລ້ວຊອຍເປັນຕ່ອນນ້ອຍໆ ຫຼັງຈາກນັ້ນໃຫ້ນຳຊີ້ນປາທີ່ຕຳ ແລະ ຊີ້ນໝູຊອຍໃສ່ລົງໃນໝໍ້ແກງ
7. ຖ້າບໍ່ໃສ່ກະທິ ໃຫຕຳ ຫຼື ບົດກະທຽມ, ຫົວຜັກບົ່ວ ແລະ ໝາກເຜັດປົ່່ນໃສ່ນຳກັນ ແລ້ວໃສ່ລົງໃນໝໍ້ແກງ ເພີ່ມນໍ້າປາ ຫຼື ເກືອ ຫຼື ປາແດກ
8. ຖ້າໃສ່ກະທິໃຫ້ ເທລົງໄປໃນເຄື່ອງປະສົມທີ່ຕຳໄວ້ກ່ອນ ເພື່ອນຳໄປຂົ້ວຈົນຟົດ ແລ້ວຈັ່ງໃສ່ລົງໃນໝໍ້ແກງ
9. ກຽມເຂົ້າປຸ້ນສົດ ໂດຍການແຊ່ນໍ້າເຢັນ ອາດຈະຕັດແລ້ວນຳໄປໃສ່ຈານ. ຖ້າເປັນເສັ້ນແຫ້ງ ໃຫ້ນຳໄປຕົ້ມກ່ອນ ໃຊ້ຊ້ອມ ຫຼື ໄມ້ຄີບຖູ ຄົນແຍກເສັ້ນ, ເມື່ອເສັ້ນສຸກແລ້ວ ຖອກນໍ້າອອກຈາກໝໍ້ ພັກໄວ້ 3 ນາທີ ຫຼັງຈາກນັ້ນກຽມໃສສ່ຈານຄືກັບເຂົ້າປຸ້ນສົດ
10. ນຳເຂົ້າປຸ້ນ ແລະ ສ່ວນປະສົມເພີ່ມເຕີມ (ເຫຍື່ອ)ທີ່ກຽມໄວ້ຂ້າງເທິງ ມາວາງໄວ້ໂຕະອາຫານເພື່ອຮັບປະທານ. ວິທີຮັບປະທານໃຫ້ໃສ່ເສັນເຂົ້າປຸ້ນປະມານໜຶ່ງກຳມື ແລ້ວຕັກນໍ້າແກງໃສ່ ອາດຈະເພີ່ມສ່ວນປະສົມ (ເຫຍື່ອ) ຕາມຕ້ອງການ

ຄຳແນະນຳ
ວິທີນີ້ໃຊ້ປະລິມານປາ ແລະ ໝູຄ່ອນຂ້າງໜ້ອຍ ແລະ ບໍ່ໃສ່ກະທິຕາມສູດດັ້ງເດີມຂອງພາກເໜືອລາວ
ຂໍ້ມູນຈາກ ອາຫານຈາກພາກເໜືອລາວ ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ

ວີດີໂອຈາກ May Laos. Kitchen

 

ການປະກອບສ່ວນ