ວິທີເຮັດໄສ້ກອກ

Sakhone INTHAVONG
ແນະນຳສູດການເຮັດໄສ້ກອກແຊບໆ
ເຮືອນຄົວລາວ
phakhaolao.la
https://lpc.rmutl.ac.th

ໄສ້ກອກແມ່ນການປະສົມຂອງຊີ້ນ ແລະ ໄຂມັນທີ່ປະສົມກັບນ້ຳ, ເຄື່ອງເທດ, ເກືອ ແລະ ເຄື່ອງປຸງຕ່າງໆ ທີ່ຜ່ານການບົດຈົນເປັນເນື້ອດຽວກັນແລ້ວນຳມາບັນຈຸໄສ້ ເຊິ່ງຄວາມແຕກຕ່າງຂອງໄສ້ກອກແມ່ນຂຶ້ນກັບຊະນິດຂອງຊີ້ນສັດ, ເຄື່ອງເທດ, ໄສ້ບັນຈຸ ແລະ ວິທີການເຮັດ ໂດຍທົ່ວໄປແລ້ວໄສ້ກອກແບ່ງອອກເປັນ 5 ຊະນິດຄື:

  1. ໄສ້ກອກສົດ ( fresh sausage ) ທີ່ເຮັດຈາກຊີ້ນໝູປະສົມກັບເຄື່ອງເທດບົດ ແລ້ວນຳມາບັນຈຸໃນໄສ້ ແລະ ມັດເປັນທ່ອນໆ ໂດຍສາມາດເກັບຮັກສາໄວ້ຕູ້ເຢັນ ແລະ  ກ່ອນຈະຮັບປະທານຕ້ອງເຮັດໃຫ້ສຸກເສຍກ່ອນ ດ້ວຍການປີ້ງ, ອົບ ຫຼື ທອດ ເຊັ່ນ: Bratwurst, Bockwurst ຫຼື ໄສ້ອົ່ວເປັນຕົ້ນ.
  2. ໄສ້ກອກແຫ້ງ ( dry sausage ) ໝາຍເຖິງໄສ້ກອກທີ່ຜ່ານຂະບວນການຜະລິດ ໂດຍໃຊ້ເທັກນິກທີ່ເຮັດໃຫ້ແຫ້ງໂດຍການດຶງເອົານ້ຳອອກ ແລະ ສາມາດເກັບຮັກສາໄວ້ໄດ້ດົນກວ່າເຊັ່ນ: Thuringer ເປັນຕົ້ນ.
  3. ໄສ້ກອກໝັກແຫ້ງ (fermented dry sausage ) ໝາຍເຖິງໄສ້ກອກທີ່ຕ້ອງໝັກໃຫ້ມີລົດຊາດສົ້ມກ່ອນການເຮັັດໃຫ້ແຫ້ງ ວິທີນີ້ຈະສາມາດເກັບຮັກສາໄວ້ດົນໄດ້ ເນື່ອງຈາກມັນແຫ້ງ ແລະ ມີຄວາມຊຸ່ມຕ່ຳ ເຊັ່ນ: salami, pepperoni ແລະ ໝ້ຳ.
  4. ໄສ້ກອກອົບຄວັນ (smoked sausage) ໝາຍເຖິງໄສ້ກອກທີ່ຜ່ານການໝັກ ແລ້ວໃຊ້ຄວັນອົບໃຫ້ແຫ້ງເຊັ່ນ: Metwurst, Vienna, Frankfurter ແລະ Bologna.
  5. ໄສ້ກອກສຸກ (cooked sausage) ໝາຍເຖິງໄສ້ກອກທີ່ຜ່ານຂະບວນການຜະລິດໂດຍການເຮັດໃຫ້ສຸກພ້ອມຮັບປະທານໄດ້ທັນທີເຊັ່ນ: Liver sausage ແລະ Blutwurst.

ຂໍ້ແນະນຳກ່ຽວກັບການເຮັດໄສ້ກອກ

ການເຮັດໄສ້ກອກນັ້ນຕ້ອງມີຊີ້ນ, ໄຂມັນ ລວມເຖິງເຄື່ອງປຸງລົດທີ່ຜ່ານການບົດລະອຽດ ແລະ ປະສົມໃຫ້ເຂົ້າເປັນເນື້ອດຽວກັນ ແລ້ວນຳມາບັນຈຸໃສ່ໄສ້ ເຊິ່ງມີຂັ້ນຕອນດັ່ງນີ້:

  1. ການເລືອກເນື້ອສັດທີ່ເໝາະແກ່ການນຳມາເຮັດຜະລິດຕະພັນ ຄວນເປັນເນື້ອປົກກະຕິ, ສ່ວນຊີ້ນປະເພດ PSE ບໍ່ເໝາະທີ່ຈະນຳມາເປັນວັດຖຸດິບໃນການເຮັດ.
  2. ເຄື່ອງເທດຕ່າງໆ.
  3. ການບົດຊີ້ນ: ຊີ້້ນທີ່ຈະນຳມາເຮັດໄສ້ກອກຕ້ອງຜ່ານການຫັ່ນເປັນຕ່ອນນ້ອຍ ແລະ ບົດໃຫ້ລະອຽດ.
  4. ການບົດລະອຽດ (chopper) ເປັນຂັ້ນຕອນທີ່ເຮັດໃຫ້ຊີ້ນລະອຽດຂຶ້ນຕື່ມ ໂດຍການຕື່ມນ້ຳກ້ອນລົງ ເພື່ອຫຼຸດອຸນຫະພູມຈາກການບົດລະອຽດ.
  5. ການບັນຈຸໃນໄສ້.
  6. ການເຮັດໃຫ້ສຸກເຊັ່ນ: ການຕົ້ມ ຫຼື ອົບຄວັນ.

ສ່ວນປະສົມຂອງການເຮັດໄສ້ກອກ

  1. ຊີ້ນງົວບົດ 60%.
  2. ຊີ້ນໝູບົດ 10%.
  3. ມັນໝູແຂງ(ບົດ) 30 %.
  4. ໂປຣຕິນຖົ່ວເຫຼືອງ 3%.
  5. ເຄື່ອງເທດ 0,5-1,0%.
  6. ເກືອປົ່ນ 2%.
  7. ເກືອໄນໄຕຣ 0,37%.
  8. ຟອສເຟຕ 0,3-0,5%.
  9. ເວຈາມິນ 0,5%.
  10. ເອນດູຣິດ 658(ບໍ່ຈຳເປັນ) 2%.
  11. ນ້ຳກ້ອນບົດ 40%.
  12. ຣີກັດເບດ 2567 0,5-1,0%

ຂໍ້ຄວນລະວັງ: ຊີ້ນໝູ ແລະ ຊີ້ນງົວຈະຕ້ອງເຢັນປະມານ 5 ອົງສາເຊ ເມື່ອເທລົງເຄື່ອງບົດຊີ້ນ ທີ່ສຳເວລາບົດຕ້ອງຮັກສາອຸນຫະພູມໃຫ້ເຢັນສະເໝີ ແລະ ໃບມີດຂອງເຄື່ອງບົດຊີ້ນຕ້ອງມີຄວາມຄົມດີເທົ່າທີ່ຄວນ.

ວິທີການເຮັດ

ກ່ອນອື່ນແມ່ນເທຊີ້ນງົວ ແລະ ໝູລົງເຄື່ອງບົດຊີ້ນ ຫຼັງຈາກນັ້ນເທເຄື່ອງເທດຕ່າງໆລົງຕາມໄປ ເມື່ອບົດປະມານ 5 ນາທີ ໃຫ້ຕື່ມນ້ຳກ້ອນ ແລະ ມັນຊີ້ນໝູບົດແລ້ວບົດຕໍ່ອີກປະມານ 2-3 ນາທີ (ຄວນໃຊ້ເວລາ 10-12 ນາທີ) ເມື່ອສຳເລັດແລ້ວໃຫ້ສັງເກດອຸນຫະພູມຂອງຊີ້ນບໍ່ຄວນເກີນ 13 ອົງສາ ( ຖ້າເກີນສະແດງວ່າແຊ່ຊີ້ນໃຫ້ເຢັນບໍ່ພຽງພໍ ຫຼື ເຄື່ອງບົດບໍ່ໄດ້ປະສິດທິພາບພຽງພໍຈະເຮັດໃຫ້ໄສ້ກອກຈັບເຂົ້າກັນໄດ້ ແລະ ເກັບໄວ້ດົນບໍ່ໄດ້.

ວິທີຍັດ:

ຄວນຍັດໄສ້ກອກຕອນທີ່ຊີ້ນຍັງເຢັນຢູ່ ເມື່ອຍັດ ແລະ ມັດເປັນທ່ອນໆໄດ້ແລ້ວໃຫ້ແຂວນໄວ້ປະມານ 1 ຊົ່ວໂມງກ່ອນນຳເຂົ້າເຄື່ອງອົບຄວັນ.

ວິທີອົບຄວັນ

ເປີດເຕົາອົບໃຫ້ມີອຸນຫະພູມ 50 ອົງສາເຊ ແລ້ວແຂວນໄສ້ກອກເຂົ້າໃນເຕົາໃຫ້ເປັນລະບຽບ ລະວັງຢ່າໃຫ້ໄສ້ກອກຕິດກັນ ຫຼັງຈາກນັ້ນອົບໃນອຸນຫະພູມນີ້ປະມານ 30 ນາທີ.

ທີ່ມາ:ຄູ່ມືການເພີ່ມສັກກະຍາພາບການຜະລິດງົວຊີ້ນຈາກການຈັດການຄວາມຮູ້ ແລະ ເຕັກໂນໂລຊີ.(ພາສາໄທ)

ການປະກອບສ່ວນ