ແກງປ໋ອດໃສ່ໄກ່

Andy Souvanhphukdee
ແກງປ໋ອດ ເປັນອາຫານພື້ນບ້ານຂອງຊາວໄຕຍວນ ແຂວງຫຼວງນ້ຳທາ ສາມາດປຸງໄດ້ດ້ວຍຜັກທຸກຊະນິດ ຕາມລະດູການ
ເຮືອນຄົວລາວ
Food From Northern Laos

ສ່ວນປະສົມ

•  ນໍ້າ 2 ຖ້ວຍເຄຶ່ງ
•  ເກືອ 1 ບ່ວງຊາ
•  ໄມ້ສະຄານ 3 ຕ່ອນ (ຄວາມຍາວປະມານ ເຄີ່ງນີ້ວໂປ້ມື), ຖ້າບໍ່ມີ  ສາມາດໃຊ້ ໝາກເຜັດຂຽວ 1ໜ່ວຍ ແລະ ພິກໄທດຳເຄິ່ງບ່ວງຊາ
•  ນໍ້າມັນ
•  ຜັກທຽມ
•  ຊີ້ນໄກ່ ຫຼື ເປັນ ຕັດເປັນຕ່ອນຍາວ 2 ຊມ
•  ຫົວສີໄຄ (ສີຂາວເທົ່ານັ້ນ) ທຸບເພື່ອໃຫ້ໄດ້ລົດຊາດ
•  ໝາກເຜັດ 1 ໜ່ວຍ ຫຼື ຫຼາຍກ່ວາ
•  ໝາກເຂືອ 3 ໜ່ວຍ
•  ຍອດຫວາຍ ຕັດເປັນຕ່ອນ ເຄິ່ງຖ້ວຍ
•  ຫອມເປ 4 ໃບ
•  ຜັກຊີ 3 ຕົ້ນ
•  ຜັກອີຕູ່ 2 ຕົ້ນ
•  ຖົ່ວຝັກຍາວ 2 ຝັກ ຕັດເປັນຕ່ອນ 2 ຊມ
•  ເຂົ້າຂົ້ວ 3 ບ່ວງແກງ
•  ຊະອິ້ວ 2 ບ່ວງແກງ

ສຳລັບ 2-4 ຄົນ

ວິທີການ
1. ໃສ່ນໍ້າລົງໃນໝໍ້ ພ້ອມເກືອ ເຄິ່ງບ່ວງຊາ
2. ຕັ້ງກະທະໃຫ້ຮ້ອນ ພ້ອມນ້ຳມັນ 2 ບ່ວງເພື່ອທອດຜັກທຽມ ແລ້ວໃສ່ ຊີ້ນໄກ່, ຫົວສີໄຄ ໝາກເຜັດ ແລະ ເກືອ ເຄິ່ງບ່ວງຊາ, ຂົ້ວຈົນກວ່າຊີ້ນຈະປ່ຽນສີ ແລ້ວໃສ່ລົງໃນໝໍ້ຕົ້ມ
3. ຫຼັງຈາກຜ່ານໄປ 5 ນາທີ, ໃສ່ໝາກເຄືອ ລົງໝໍ້ ຕົ້ມໄວ້ 10-15 ນາທີ, ແລະ ໃສ່ຍອດຫວາຍ ຕົ້ມໄວ້ອີກປະມານ 5 ນາທີ ຫຼື ຈົນກວ່າຈະສຸກ
4. ໂຮຍເຂົ້າຂົ້ວ ໃສ່ແກງ3 ບ່ວງຊາ ແລະ ຄົນໃຫ້ເຂົ້າກັນ ຕາມດ້ວຍຫອມເປ ແລະ ໝາກຖົ່ວ ປິດຝາໄວ້ 5 ນາທີ. ປີດທ້າຍດ້ວຍ ສະອີ້ວ 2 ບ່ວງແກງ
5. ຕັກໃສ່ຖ້ວຍ ພ້ອມຮັບປະທານ

ຄຳແນະນຳ: ສາມາດໃຊ້ ເຕົ້າຮູ້ ຫຼື ຊີ້ນໝູແທນຊີ້ນໄກ່
ຂໍ້ມູນສ່ວນໃຫ່ຍມາຈາກ ອາຫານຈາກພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າເຮຶອ)

ການປະກອບສ່ວນ