ໄສ້ອົ່ວໝູຮົມຄັວນ

Andy Souvanhphukdee
ໄສ້ອົ່ວໝູຮົມຄັວນ ກິນແຊບກັບເຂົ້າໜຽວໜຶ້ງຮ້ອນໆ
ເຮືອນຄົວລາວ
https://www.smartsme.co.th/content/80840
smartsme.co.th

ສ່ວນປະກອບ

  • ຊີ້ນຫມູຕິດມັນ 2 kg
  • ຊີ້ນຫມູບໍ່ຕິດພັນ 2 kg
  • ຫົວສີໄຄ 10 ຫົວ
  • ໃບຂີ້ຫູດ 1 ກຳມື
  • ຫມາກເຜັດໃຫຍ່ແຫ້ງ 10 ຫນ່ວຍ
  • ເກືອ 2 ບ່ວງແກງ 
  • ນ້ຳປາ ຂ້ອນຖ້ວຍແຈ່ວ
  • ນ້ຳຕານ 1 ບ່ວງແກງ
  • ຜັກທຽມ ແລະ ຜັກບົວປອກເປືອກແລ້ວຊອຍຢ່າງລະ 150 g
  • ໄສ້ຫມູລ້າງໃຫ້ສະອາດ

ການກະກຽມ:

  • ຊີ້ນຫມູລ້າງໃຫ້ສະອາດ ນໍາມາຟັກ ຫຼື ບົດກໍ່ໄດ້
  • ຫົວສີໄຄຊອຍໃຫ້ແລບໆປະສົມກັບຫມາກເຜັດ, ຫົວຜັກບົ່ວ, ຜັກທຽມ ແລ້ວຕໍາໃຫ້ມຸນ

ວິທີປະຕິບັດ:

  • ນຳເອົາຊີ້ນທີ່ກຽມໄວ້ນັ້ນມາຖອກໃສ່ຊາມທີ່ສະອາດ
  • ນໍາເອົາເກືອ, ຜັກທຽມ, ຜັກບົວ, ນໍ້າປາ, ນ້ໍາຕານ ແລ້ວຄັ້ນໃຫ້ເຂົ້າກັນດີ
  • ນໍາມາຍັດເຂົ້າໃນໄສ້ທີ່ກຽມໄວ້ນັ້ນແລ້ວມັດເປັນຂໍ້ໄປພ້ອມກັນ ດ້ວຍເຊືອກຝ້າຍ
  • ເມື່ອສໍາເລັດແລ້ວກໍ່ນໍາມາຕາກລົມໃຫ້ແຫ້ງຫນ້ອຍນຶ່ງ ຫລື ຮົມຄວັນ ຫລື ຢ້າງໃຫ້ແຫ້ງ ແລ້ວເກັບ
  • ຮັກສາໄວ້ຕູ້ເຢັນ ຫລື ຖ້າເຮັດຫລາຍສາມາດນໍາໄປຂາຍກໍ່ໄດ້ 

ສິ່ງທີ່ຄວນເອົາໃຈໃສ່

  • ຄວນເລືອກເອົາຊີ້ນສົດມາເຮັດໄສ້ກອກ
  • ກ່ອນຈະນຳໄປບໍລິໂພກໃຫ້ປີ້ງ ຫຼື ຈືນ
  • ຖ້າບໍ່ມັກຈືນ ໃຫ້ປີ້ງເອົາກໍ່ໄດ້ ຕາມຄວາມຕ້ອງການຂອງ ຜູ້ບໍລິໂພກ.
  • ຄວນລ້າງໄສ້ໃຫ້ສະອາດດີ ແລະ ເອົາໄຂມັນອອກໃຫ້ໝົດ

ຂໍ້ມູນເພີ່ມເຕີມຈາກ ປື້ມຄູ່ມືວິທີການເຮັດໃສ້ອົ່ວໝູຮົມຄັວນ

ການປະກອບສ່ວນ