ວິທີການເຮັດໄສ້ອົ່ວແຂວງ ຊຽງຂວາງ

Chinda Milayvong
ພວກເຮົາຂາຍໄດ້ປະມານ 25-30 ກິໂລຕໍ່ມື້ ມີລາຍຮັບສະເລັ່ຍຫຼັງຈາກຫັກຕົ້ນທຶນແລ້ວໄດ້ປະມານ 8-10 ລ້ານກີບຕໍ່ ເດືອນ ແລະ ສາມາດມີເງິນເກັບເພື່ອສົ່ງລູກເຂົ້າຮຽນໜັງສື
ເຄັດລັບເລີ່ມທຸລະກິດ
Xiengkhuang sausages hanging in the roll
Mrs. Khampong sausages at Phonsaad Tai, Peak District, Xiengkhuang Province

ນາງ ຄຳປ້ອງ ອາຍຸ 52 ປີ, ບ້ານໂພນສະອາດໃຕ້, ເມືອງແປກ, ແຂວງຊຽງຂວາງ, ເປັນແມ່ທີ່ດຳເນີນອາຊີບເຮັດໃສ້ອົ່ວເປັນທຸລະກິດເປັນເວລາຫລາຍກວ່າ 10 ປີ

 

1.    ເລີ່ມຕົ້ນ,ຍ້ອນຫຍັງທ່ານຈຶ່ງຕັດສິນໃຈເຮັດອາຊີບນີ້?  

ຫລາຍປີຜ່ານມາ, ຄອບຄົວໄດ້ອາໄສຢູ່ແຂວງ ອຸດົມໄຊ ເຮືອນແມ່ຕູ້ໜຶ່ງທີ່ເຮັດໃສ້ກອກ ແລະ ຫໍ່ສົ້ມຂາຍ. ໄດ້ສອນວິທີການເຮັດໃຫ້ ຫຼັງຈາກທີ່ຍ້າຍມາຈາກອຸດົມໄຊ ມາຢູ່ຊຽງຂວາງ ເຊິ່ງພວກເຮົາຂ້ອນຂ້າງທຸກຍາກ ແລະ ຈຳຕ້ອງໃຊ້ເງິນ, ດັ່ງນັ້ນຈຶ່ງໄດ້ຕັດສິນໃນເລີ່ມເຮັດທຸລະກິດໄສ້ອົວ. ໃນເບື້ອງຕົ້ນ ໄດ້ເຮັດປະມານ 3-4 ກິໂລ/ວັນ ຂາຍທີ່ຕະຫລາດແຂວງຊຽງຂວາງ. ໄດ້ເຮັດມາປະມານ 1ປີ ໄດ້ມີຄູ່ແຂ່ງຫລາຍ ແລະ  ຂາຍບໍ່ໄດ້ດີປານໃດ.

ຫຼັງຈາກນັ້ນໄດ້ຄິດວ່າຄວນປັບປຸງຜະລິດຕະພັນຂອງເຮົາ,ເຮົາໃຊ້ເວລາ 2-3 ເດືອນເພື່ອປັບປຸງເຄື່ອງປຸງໃຫມ່. ເລີ່ມມີສ່ວນປະກອບຈາກສະໝຸນໄພພື້ນບ້ານ, ແຕ່ໃນປະຈຸບັນແມ່ນມີການນຳໃຊ້ຈັກເຂົ້າມາບົດຊິ້ນການຜະລິດມີຈຸດເດັ່ນເລື່ອງຄວາມສົດ ແລະ ຜະລິດໃໝ່ທຸກມື້ ຂາຍໝົດທຸກມື້

 

2.    ກະລຸນາບອກເຖິງພາບລວມໃນການຜະລິດຂອງທ່ານ? 

ສູດຂອງພວກເຮົາມີສ່ວນປະສົມຂອງຊີ້ນຫມູ, ຊີ້ນງົວ, ສະຫມຸນໄພ ແລະ ຜັກ. ອີງໃສ່ຄຸນນະພາບຂອງຊີ້ນທີ່ສາມາດໃຊ້ໄດ້, ພວກເຮົາເຮັດໄສ້ອົ່ວທັງໝົດ 3 ປະເພດ ແລະ ກໍ່ໄດ້ເຮັດສົ້ມໝູໄປນຳ. ໂດຍປົກກະຕິແລ້ວໃນແຕ່ກ່ອນພວກເຮົາຈະເຮັດປະມານ 4-5 ກິໂລໄສ້ອົວຈະຫວານແລະສົ້ມ ແຕ່ປະຈຸບັນນີ້ແມ່ນເຮັດອົ່ວເຄື່ອງນຳ ແລະ ລວມທັງໝົດເຮົາຜະລິດປະມານ 25-30 ກິໂລຕໍ່ມື້.

ເຮົາກະກຽມຊີ້ນຕັ້ງແຕ່ຕອນເຊົ້າ. ພວກເຮົາໄດ້ຊື້ຊີ້ນຈາກຂາປະຈຳທີ່ເຮົາໄວ້ໃຈ. ຫຼາຍປີຜ່ານມາພວກເຮົາບົດຊີ້ນດ້ວຍມື, ແຕ່ເມື່ອໄວໆມານີ້ພວກເຮົາໄດ້ເລີ່ມຕົ້ນການນໍາໃຊ້ເຄື່ອງບົດເພື່ອປະຫຍັດເວລາ. ດັ່ງນັ້ນທຸກໆມື້ພວກເຮົາກະກຽມຊີ້ນ, ກະກຽມສ່ວນປະກອບອື່ນໆທັງຫມົດ ປະສົມເຂົ້າກັນ ແລະ ຍັດໃສ່ໄສ້ໝູທີ່ທຳຄວາມສະອາດເປັນຢ່າງດີ. ຫຼັງຈາກນັ້ນພວກເຮົາຈະປ່ອຍໃຫ້ໄສ້ອົ່ວແຫ້ງ.
ການເຮັດໄສ້ອົ່ວບໍ່ແມ່ນວຽກຫນັກ, ແຕ່ວ່າທ່ານຈໍາເປັນຕ້ອງມີຄວາມອົດທົນຍ້ອນວ່າມັນໃຊ້ເວລາຫຼາຍ. ໃນການເຮັດແຕ່ລະຊຸດມັນຕ້ອງໃຊ້ເວລາປະມານເຄິ່ງມື້ ຫຼື ບາງເທື່ອກໍໝົດມື້. ພຽງແຕ່ທ່ານຕ້ອງໝັ້ນໃຈວ່ານໍາໃຊ້ສ່ວນປະກອບທີ່ດີທີ່ສຸດແລະຮັກສາຄວາມສະອາດແລະເຮັດຖືກຕ້ອງຕາມແຕ່ລະຂັ້ນຕອນ.

 

3. ສິ່ງໜຶ່ງທີ່ສຳຄັນຖ້າຕ້ອງການຢາກເຮັດທຸລະກິດໄສ້ອົ່ວນີ້ແມ່ນຫຍັງ?

ໄສ້ອົວແມ່ນຜະລິດຕະພັນພື້ນບ້ານທີ່ດີທີ່ສຸດ ສາມາດສ້າງລາຍຮັບໃຫ້ແກ່ຄອບຄົວ. ສິ່ງສໍາຄັນແມ່ນໃຫ້ມີສູດທີ່ຄົນມັກ. ເລີ່ມຕົ້ນເຮັດຂະໜາດນ້ອຍກ່ອນ,ເຮັດສູດທີ່ທ່ານຮູ້ຈັກເປັນຢ່າງດີ, ແລະຫຼັງຈາກນັ້ນພະຍາຍາມປັບປຸງຈົນກ່ວາ ຈະກາຍເປັນສູດທີ່ເປັນເອກະລັກຂອງທ່ານເອງທີ່ໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ.

4. ການເລີ່ມຕົ້ນທຸລະກິດແມ່ນມີຄ່າໃຊ້ຈ່າຍເທົ່າໃດ? 

ເພື່ອເລີ່ມຕົ້ນທຸລະກິດໄສ້ອົ່ວ, ທ່ານຕ້ອງເລີ່ມຕົ້ນປະມານ 2 ລ້ານກີບ. ສໍາລັບໄສ້ອົ່ວຫວານສາມາດຊື້ສ່ວນປະກອບຕ່າງໆຈາກຕະຫຼາດໃນທົ່ວໄປ. ແຕ່ໄສ້ກອກຂອງພວກເຮົາມີສ່ວນປະກອບພິເສດທີ່ຕ້ອງສັ່ງຈາກຊຽງຂວາງ.

5.    ລາຍຮັບໄດ້ປະມານເທົ່າໃດ? 

ຂາຍໄດ້ປະມານ 25-30 ກິໂລຕໍ່ມື້ຕໍ່ 80,000 - 90,000 ກີບຕໍ່ກິໂລ ແລະ ຫຼັງຈາກຫັກຕົ້ນທຶນແລ້ວມີລາຍຮັບປະມານ 8-10 ລ້ານກີບຕໍ່ເດືອນ. ລູກຄ້າຫລັກຂອງພວກເຮົາແມ່ນແມ່ບ້ານ, ພະນັກງານຫ້ອງການແລະໄວຫນຸ່ມ. ພວກເຮົາຂາຍຜະລິດຕະພັນຂອງພວກເຮົາຢູ່ຕະຫຼາດ ສວນພູຄຳ ແລະ ຕະຫລາດໃໝ່ຊຽງຂວາງ ນອກນັ້ນຍັງສົ່ງຕາມການສັ່ງຂອງລູກຄ້າຢູ່ນະຄອນຫຼວງວຽງຈັນ,ໃນບາງຊ່ວງພິເສດເຊັ່ນ: ພິທີການ, ການແຕ່ງດອງ ແລະປີໃຫມ່. ພວກເຮົາບໍລິການສົ່ງຟຣີ ສໍາລັບລູກຄ້າທີ່ສັ່ງຫຼາຍກວ່າ 15 ກິໂລຂຶ້ນໄປ.

6.   ທ່ານຄິດວ່າມັກສ່ວນໃດ/ຕອນໃດໃນການຜະລິດຂອງທ່ານ?

Fired sausages
່າFried Xiengkhuang sausages

ເລື່ອງລົດຊາດທີ່ເປັນເອກະລັກ ແລະ ຄົງເດີມຕະຫຼອດ ອາດຈະເປັນເພາະເຮົາບໍ່ຂາຍອົ່ວທີ່ກາຍ1ຄືນ, ການເຮັດໄສ້ອົ່ວເປັນວຽກທີ່ທຸກຄົນໃນເຮືອນສາມາດເຮັດຮ່ວມກັນແລະສ້າງຄວາມສາມັກຄີ ແລະ ສາມາດຖ່າຍທອດວິທີການເຮັດໃຫ້ແກ່ລູກຫຼານໂດຍອັດຕະໂນມັດ, ເປັນທຸລະກິດຄອບຄົວທີ່ສາມາດສ້າງລາຍຮັບໃຫ້ທຸກຄົນໃນເຮືອນ ໃນອະນາຄົດຖ້າມີຄວາມເປັນໄປໄດ້ຈະພະຍາຍາມພັດທະນາສາຍຜະລິດຕະພັນໃຫ້ມີຄວາມຫຼາກຫຼາຍ ແລະ ສະດວກສຳລັບການບໍລິໂພກ

7.    ທ່ານຄິດວ່າແມ່ນຫຍັງຄືສິ່ງທີ່ທ້າທາຍສຳລັບການດຳເນີນການຜະລິດ/ທຸລະກິດຂອງທ່ານ?

ປະຈຸບັນສັງຄົມມີການຂະຫຍາຍຕົວ, ມີການນຳເຂົ້າອາຫານຈາກຕ່າງປະເທດ ແລະ ຕ່າງແຂວງ,ສ່ວນໃຫຍ່ໄວໜຸ່ມອາດຈະບໍ່ນິຍົມບໍລິໂພກຜະລິດຕະພັນໃສ້ອົ່ວທີ່ເປັນແບບພື້ນບ້ານແບບນີ້ ຊຶ່ງມັນເປັນສິ່ງທ້າທາຍກ່ຽວກັບຄວາມຕ້ອງການຂອງຕະຫຼາດ
ການປ່ຽນແປງຂອງວັດຖຸດິບເພີ່ມຂຶ້ນ ເຮັດໃຫ້ຕົ້ນທຶນເພີ່ມ ແລະ ຖ້າເຮົາເພີ່ມລາຄາຂຶ້ນອາດຈະກະທົບກັບຄວາມຕ້ອງການ ແລະ ສ່ວນແບ່ງຕະຫຼາດຫຼຸດລົງ
ນອກນັ້ນເຮົາບໍ່ມີແຮງງານພຽງພໍໃນການຜະລິດເນື່ອງຈາກວ່າລູກຫຼານບາງຄົນແມ່ນໄປຮຽນຕໍ່, ຜູ້ທີ່ສາມາດຍັດໄສ້ອົ່ວຕ້ອງຊຳນານຕ້ອງໃຊ້ແຮງພໍດີ.

8.    ທ່ານມີແຫຼ່ງຂໍ້ມູນທີ່ນຳໃຊ້ ແລະ ຢາກແນະນຳສຳລັບຜູ້ທີ່ສົນໃຈກ່ຽວກັບການຜະລິດນີ້ຫຼືບໍ? 

ຖ້າທ່ານຕ້ອງການຮຽນຮູ້ກ່ຽວກັບວິທີເຮັດໄສ້ກອກທ່ານສາມາດຊອກຫາຂໍ້ມູນອອນໄລນ໌. ສໍາລັບການຍົກຕົວຢ່າງ, ທ່ານສາມາດພິມ "ວິທີການເຮັດໄສ້ອົ່ວ/ sausages" ໃນ Youtube. ຂ້າພະເຈົ້າກໍ່ຈະຍິນດີທີ່ຈະແບ່ງປັນຂໍ້ມູນ. ທ່ານສາມາດໂທຫາຂ້າພະເຈົ້າໄດ້ທີ່ 55342026 ຫຼືມາຢ້ຽມຢາມໂຮງງານຜະລິດໄສ້ອົ່ວຂອງພວກເຮົາ. ທ່ານຍັງສາມາດຕິດຕາມຫນ້າເຟສບຸກຂອງພວກເຮົາໄດ້t https://www.facebook.com/nol.bounpheng?ref=br_rs 

 

ການປະກອບສ່ວນ