ຜັດກະເພົາກົບນາ

Andy Souvanhphukdee
ຜັດກົບໃສ່ກະເພົາ ຫອມໆ ແລະ ຍັງອຸດົມໄປດ້ວຍໂພຊະນາການທີ່ເປັນປະໂຫຍດຕໍ່ສຸຂະພາບ ຈາກຜັກກະເພົາ ເຊັ່ນ ແກ້ທ້ອງອືດ, ຂັບລົມ, ບຳລຸງທາດ ເປັນຕົ້ນ
ເຮືອນຄົວລາວ
phakhaolao.la
phakhaolao. la

ສ່ວນປະສົມ

  • ກົບ 5 ໂຕ
  • ກະທຽມ 4-5 ກີບ
  • ໝາກເຜັດ 8-10 ໜ່ວຍ (ປະລິມານຕາມຕ້ອງການ)
  • ກະເພົາ 1 ຖ້ວຍນ້ອຍ
  • ຫອມມບົ່ວໃບ 1 ຖ້ວຍນ້ອຍ (ຊອຍ)
  • ນ້ຳມັນພືດ 2 ບ່ວງແກງ
  • ຊ໋ອດຫອຍນາງລົມ 1 ບ່ວງແກງ
  • ເກືອ 1 ບ່ວງຊາ
  • ສະອິວ 1 ບ່ວງແກງ
  • ນ້ຳ ½ ກາເຟ

ວິທີປຸງແຕ່ງ

  • ຄົວກົບ ແລ້ວຕັດເປັນຕ່ອນ ຂະໜາດ 2-3 ຊມ
  • ໃສ່ເກືອ, ສະອິວ ແລະ ຫອຍນາງລົມ ລົງໃນຖ້ວຍກົບ ເພື່ອຄົນໃຫ້ເຂົ້າກັນ
  • ຕຳກະທຽມ
  • ຕຳໝາກເຜັດ
  • ຊອຍຫອມບົ່ວໃບ ແລະ ໃບກະເພົາ
  • ຄ້າງໝໍ້ໃຫ້ຮ້ອນ ໃສ່ນ້ຳມັນ ເພື່ອກຽວກະທຽມ ໃຫ້ເປັນສິເຫຼືອງອ່ອນ, ຕາມດ້ວຍໝາກເຜັດ ແລະ ກົບ
  • ຄົນ 4-5 ນາທີ ເພື່ອໃຫ້ກົບສຸກ, ແລ້ວໃສ່ນ້ຳ ຕາມດ້ວຍໃບກະເພົາ ແລະ ຫອມບົ່ວ
  • ລໍຖ້າ 2-3 ນາທີ, ຊິມ ແລະ ເພີ່ມລົດຊາດຕາມຕ້ອງການ
  • ຕັກໃສ່ຖ້ວຍພ້ອມຮັບປະທານ
ການປະກອບສ່ວນ