ຜັກທຽມດອງ

Andy Souvanhphukdee
ຜັກທຽມດອງ ຮັບປະທານໃຫ້ແຊບຕ້ອງມີ ເຝີ
ເຮືອນຄົວລາວ
https://recepti.ezine.bg/r-15728-%D0%A2%D1%83%D1%80%D1%88%D0%B8%D1%8F_%D0%BE%D1%82_%D1%87%D0%B5%D1%81%D1%8A%D0%BD
Ezine.bg

ເຄື່ອງປະກອບ
  •  ຫົວຜັກທຽມ 1 ກິໂລກຼາມ
  •  ນ້ຳຕານ 1 ກິໂລກຼາມ
  •  ນ້ຳສົ້ມສາຍຊູ ½ ລິດ
  •  ນ້ຳສະອາດ 1 ລິດ
  •  ເກືອ 2 ບ່ວງແກງ
  •  ນ້ຳປູນໃສ 1 ລິດ
  •  ພາຊະນະ ຫຼື ໂຖແກ້ວ ທີ່ມີຝາ ລ້າງໃຫ້ສະອາດ, ເພື່ອໃຊ້ສຳລັບດອງ

ວິທີປຸງແຕ່ງ
  1.  ປອກກາບຫົວຜັກທຽມ ລ້າງນ້ຳ ແລ້ວເອົາລົງແຊ່ໃສ່ນ້ຳປູນໃສປະມານ 5 ຊົ່ວໂມງ ຈາກນັ້ນໃຫ້ລ້າງດ້ວຍນ້ຳສະອາດ ແລ້ວສະເດັດນ້ຳປະໄວ້
  2.  ປະສົມນ້ຳຕານ, ເກືອ, ນ້ຳສະອາດ ໃສ່ໃນໝໍ້, ນຳໄປຕົ້ມພໍໃຫ້ລະລາຍ ປົງລົງແລ້ວ ຈຶ່ງເຕີມນ້ຳສົ້ມສາຍຊູ, ປະໄວ້ໃຫ້ເຢັນ ແລ້ວນຳມາຕອງດ້ວຍຜ້າຂາວ (ເພື່ອໃຊ້ເປັນນ້ຳດອງ)
  3.  ບັນຈຸຜັກທຽມທີ່ກຽມໄວ້ໃສ່ໃນໂຖແກ້ວ ຫຼື ພາຊະນະ ທີ່ສະອາດທີ່ກຽມໄວ້. ຈາກນັ້ນ ຖອກນ້ຳດອງລົງໃສ່ໃຫ້ຖ້ວມ ແລ້ວປິດຝາໄວ້ໃຫ້ແໜ້ນ ປະໄວ້ປະມານ 30-40 ວັນກໍ່ສາມາດນຳມາຮັບປະທານໄດ້

ຂໍ້ມູນເພີ່ມເຕີມຈາກ ປຶ້ມອາຫານລາວ (ວິທີເຮັດອາຫານເກັບໄວ້ກິນດົນ)

ວີດີໂອແນະນຳຈາກ Abel & Cole

ການປະກອບສ່ວນ