ຊຸບຫົວປີໃສ່ໝູ 3 ຊັ້ນ (ລາບໝາກປີ)

bouavone
ຊຸບຫົວປີອາຫານງ່າຍໆທີ່ຫາວັດຖຸດິບໄດ້ຈາກທໍາມະຊາດ
ເຮືອນຄົວລາວ
phakhaolao.la
www.phakhaolao.la

ສ່ວນປະກອບ:

  1. ຊີ້ນໝູ 3 ຊັ້ນ     4 ຂີດ
  2. ຫົວປີກ້ວຍນໍ້າ    1 ຫົວ
  3. ຖົ່ວດິນ            2 ບ່ວງແກງ
  4. ໝາກເຜັດຂີ້ໝູ  4 ໜ່ວຍ
  5. ໝາກເຜັດປົ່ນ   1 ບ່ວງກາເຟ
  6. ຫອມບົ່ວໃບ       3 ຕົ້ນ
  7. ຫອມປ້ອມ         5 ຕົ້ນ
  8. ຄະນໍຜົງ(ລົດໝູ)  2 ບ່ວງກາເຟ
  9. ນໍ້າປາ              1 ບ່ວງເຄິ່ງ
  10. ເກືອ                ½ ບ່ວງກາເຟ

 ການກະກຽມ:

  1.     ເອົາຊີ້ນໝູລ້າງນໍ້າໃຫ້ສະອາດແລ້ວຊອຍເປັນຕ່ອນບາງໆປະໄວ້
  2.     ເອົານໍ້າໃສ່ໝໍ້ຕົ້ມໃຫ້ຟົດແລ້ວເອົາຊີ້ນໝູ, ເກືອລົງຕົ້ມປະມານ 15-20 ນາທີຕັກຊີ້ນຂຶ້ນປະໄວ້ໃຫ້ເຢັນ.
  3.     ໝາກປີຜ່າເຄິ່ງລ້າງນໍ້າໃຫ້ສະອາດແລ້ວຕົ້ມໃຫ້ສຸກເອົາມາຊອຍເປັນຕ່ອນສີ່ຫຼ່ຽມຍາວປະໄວ້.
  4.     ຖົ່ວດິນຕໍາໃຫ້ລະອຽດ.
  5.     ໝາກເຜັດ, ຫອມບົ່ວໃບ, ຫອມປ້ອມ ລ້າງນໍ້າໃຫ້ສະອາດຊອຍເປັນຕ່ອນນ້ອຍໆປະໄວ້.

ວິທີປຸງແຕ່ງ:

ເອົາຊີ້ນໝູທີ່ຊອຍໄວ້ກັບໝາກປີຊາວໃຫ້ເຂົ້າກັນປຸງດ້ວຍຖົ່ວດິນ, ຄະນໍຜົງ, ນໍ້າປາ, ໝາກເຜັດປົ່ນ, ໝາກເຜັດຂີ້ໜູຄົນໃຫ້ເຂົ້າກັນ ຊີມລົດຊາດໃຫ້ພໍດີ ຕັກໃສ່ຈານໂຮຍໜ້າດ້ວຍຫອມບົ່ວໃບ ແລະ ຫອມປ້ອມທີ່ກຽມໄວ້ພ້ອມຮັບປະທານ.
 

ແນະນຳ
ການເລືອກຊື້ຊີ້ນໝູ ຄວນເລືອກຊື້ຊີ້ນໝູ 3 ຊັ້ນ ຊີ້ນໝູຕ້ອງມີສີບົວ ໄຂມັນເປັນສີຂາວ ໜັງກ້ຽງບາງ ແລະ ຂາວ ມີໄຂມັນແດ່ ຊີ້ນຫຼາຍຊັ້ນ ແລະ ບໍ່ຄວນຊື້ຊີ້ນໝູທີ່ມີສີແດງເກີນໄປ.

 

 

ທີ່ມາ: Knorr

ການປະກອບສ່ວນ