ກ້ອຍຫອຍໃສ່ຜັກສະເມັກ
ກ້ອຍຫອຍແຊບໆ ອາຫານບ້ານນາ
ເຮືອນຄົວລາວ
![phakhaolao.la](/sites/default/files/public/styles/news_feature_image/public/stories/feature_images/kh.png?itok=sARsScXs)
phakhaolao.la
ສ່ວນປະກອບ:
- ຫອຍ (ຕົ້ມສຸກ,ຊອຍຂະໜາດຕາມໃຈມັກ)
- ຜັກສະເມັກ
- ໝາກປີ
- ໝາກເຜັດດິບ ຫລື ໝາກເຜັດແຫ້ງ
- ຫອມລາບ
- ຫອມແພວ
- ໝາກນາວ
- ນໍ້າປາແດກ
- ເຂົ້າຂົ້ວ
ວິທີປຸງແຕ່ງ:
ນຳເອົາຫອຍ,ໝາກປີ,ໝາກເຜັດ,ເຂົ້າຂົ້ວ ຄົນໃຫ້ເຂົ້າກັນ,ຕາມດ້ວຍນໍ້່າປາແດກ ແລະ ໝາກນາວ ຊິມລົດຊາດຕາມໃຈມັກ,ຫລັງຈາກນັ້ນ ກໍ່ຕາມດ້ວຍຜັກສະເມັກ ແລະ ຫອມຕ່າງໆ,ເປັນອັນວ່າຮຽບຮ້ອມພ້ອມກິນກັບເຂົ້າໜຽວຮ້ອນໆ.