ກ້ອຍຫອຍໃສ່ຜັກສະເມັກ

ກ້ອຍຫອຍໃສ່ຜັກສະເມັກ

Andy Souvanphakdy
ກ້ອຍຫອຍແຊບໆ ອາຫານບ້ານນາ
ເຮືອນຄົວລາວ
phakhaolao.la
phakhaolao.la

ສ່ວນປະກອບ:

  • ຫອຍ (ຕົ້ມສຸກ,ຊອຍຂະໜາດຕາມໃຈມັກ)
  • ຜັກສະເມັກ
  • ໝາກປີ
  • ໝາກເຜັດດິບ ຫລື ໝາກເຜັດແຫ້ງ
  • ຫອມລາບ
  • ຫອມແພວ
  • ໝາກນາວ
  • ນໍ້າປາແດກ
  • ເຂົ້າຂົ້ວ

ວິທີປຸງແຕ່ງ:

ນຳເອົາຫອຍ,ໝາກປີ,ໝາກເຜັດ,ເຂົ້າຂົ້ວ ຄົນໃຫ້ເຂົ້າກັນ,ຕາມດ້ວຍນໍ້່າປາແດກ ແລະ ໝາກນາວ ຊິມລົດຊາດຕາມໃຈມັກ,ຫລັງຈາກນັ້ນ ກໍ່ຕາມດ້ວຍຜັກສະເມັກ ແລະ ຫອມຕ່າງໆ,ເປັນອັນວ່າຮຽບຮ້ອມພ້ອມກິນກັບເຂົ້າໜຽວຮ້ອນໆ.
 

Contribute