ຜັກສະເມັກ / Eugenia

ການນຳໃຊ້
ອາຫານ
ສີນຄ້າ
ຊື່ວິທະຍາສາດ / ຕະກຸນ
Syzygium gratum (Wight) S.N.Mitra/MYRTACEAE
ຊື່ພ້ອງ
Acmena grata (Wight) Walp.
Calyptranthes aromatica Blume [Illegitimate]
Caryophyllus antisepticus Blume
Eugenia antiseptica (Blume) Kuntze
Eugenia collinsae Craib
Eugenia cuprea Koord. & Valeton [Illegitimate]
Eugenia glaucicalyx Merr.
Eugenia grata Wight
Jambosa aromatica Miq.
Myrtus quadrangularis Buch.-Ham. ex Duthie
Syzygium glaucicalyx (Merr.) Merr.
Syzygium gratum (Wight) S.N.Mitra
Syzygium gratum var. confertum Chantaran. & J.Parn.
Syzygium ovatifolium Merr. & L.M.Perry
ຊື່ອື່ນ
ໄທ: ເມັກ, ສະເມັດ ( ຈຸນ/ຂາວ/ແດງ) ໄຄຣ່ເມັດ
ກຳປູເຈຍ: ສະເມ, ສະມັກໂດມ, ປຣິງຈານ, ປຣິງລາຍ
ຫວຽດນາມ: ຊີມຣອງໂຍ, ທຣັມຊາງ
ອັງກິດ: eugennia
ບັນຍາຍລັກສະນະພືດສາດ

ຜັກສະເມັກ ເປັນຕົ້ນໄມ້ບໍ່ຫຼົ່ນໃບ ມີຄວາມສູງ ສູງສຸດ 20 ມ ແລະ ມີໜ້າຕ້າງ ປະມານ 18 ຊມ, ເປືອກຂອງມັນກ້ຽງມີສີແດງຫາສີຕັບໝູໃບຂອງມັນມີລັກສະນະຮູບໄຂຍາວ ຂະໜາດ 5-11 x 1.5-4.9 ຊມ ແລະ ບັນຈຸນ້ຳມັນຫອມ. ໃບອ່ອນເປັນສີຂາວເຫຼືອງ ຫຼື ແດງ. ຊໍ່ດອກ ຍາວ 5 -20 ຊມ ມີດອກນ້ອຍຫຼາຍໆດອກເກີດເປັນຈຸ້ມ ສີຂາວ ແລະ ມີກິ່ນຫອມ. ໝາກຂອງມັນ ເປັນຮູບໄຂ່ ຍາວ 3-8 ມມ ແລະ ກວ້າງ 2-8 ມມ ຕອນຍັງອ່ອນໆ  ເປັນສີດຳ ແລະ ຈະປ່ຽນເປັນສີຂາວເວລາສຸກເຕັມທີ່ຜັກສະເມັກມີສອງພັນແຕກຕ່າງກັນ ຄື:  var. gratum ແລະ var. confertum, ໃນນີ້ ພັນທີສອງ ຈະມີຊໍ່ດອກສັ້ນກວ່າ ແລະ ມີຈຸດດ່າງຢູ່ຜິວໃບ. ຢູ່ໃນລາວ ພວກເຮົາຮຽກກັນຕາມສີຂອງໃບອ່ອນ ຊຶ່ງມີສະເມັກແດງ ແລະ ສະເມັກຂາວ ທີ່ມີໃບເປັນສີແດງອ່ອນ ແລະ ສີຂາວອ່ອນ ຕາມລຳດັບ. ໃບສະເມັກຂາວ ແມ່ນໄດ້ຮັບຄວາມນິຍົມຊົມຊອບກັນຫຼາຍ ແລະ ມີລາຄາແພງກວ່າ ສະເມັກແດງ.

ບັນຍາຍການນຳໃຊ້

ຍອດ ແລະ ໃບອ່ອນຂອງຕົ້ນໄມ້ຊະນິດນີ້ ມີລົດຝາດ ສົ້ມ ສາມາດກິນເປັນຜັກກັບລາບໄດ້. ຜັກສະເມັກເປັນຜັກປ່າ ທີ່ໄດ້ຮັບຄວາມຍິຍົມທີ່ສຸດຢູ່ໃນລາວ ແລະ ພາກຕາເວັນອອກສ່ຽງເໜືອ ຂອງປະເທດໄທ. ເປືອກຂອງມັນນັ້ນ ເພິ່ນມັກນຳໃຊ້ເຂົ້າໃນການປຸງລົດຊາດຂອງປາ ໃຫ້ໄດ້ລົດ ຊາດຝາດ ແລະ ໃຊ້ເພື່ອທຳຄວາມສະອາດບາດແຜ. ນອກນັ້ນ ເປືອກສະເມັກ ກໍຄ້າຍຄືເປືອກ ກະໂດນ (Barringtonia), ຊຶ່ງເມື່ອນຳມາເຮັດສີຍ້ອມຜ້າ ຈະໄດ້ສີຊົມພູອົມເຫຼືອງ  ແລະ ສຸດ ທ້າຍ ຈະກາຍເປັນສີດຳ.

ການປະກອບສ່ວນ