ການເຮັດຊີ້ນແດດດຽວ

Sakhone INTHAVONG
ເຮັດຊີ້ນແດດດຽວແນວໃດໃຫ້ແຊບ? ເຮົາມາເບິ່ງສູດນຳກັນເລີຍ!
ເຮືອນຄົວລາວ
ການເຮັດຊີ້ນແດດດຽວ
https://www.tvpoolonline.com/content/404908

 

ຊີ້ນແດດດຽວປຸງແຕ່ງດຽວເຄື່ອງເທດດ້ວຍສະໝຸນໄພຫຼາກຫຼາຍບໍ່ວ່າຈະເປັນຜັກຊີທີ່ມີສັບພະຄຸນບັນເທົາອາການໄອ, ໝາກພິກໄທຊ່ວຍສະລາຍໄຂມັນ ແລະ ກະທຽມຊ່ວຍຮັກສາອາການເຈັບທ້ອງເປັນຕົ້ນ.

ສ່ວນປະສົມ

  1. ຊີ້ນງົວ ເຄິ່ງກິໂລ
  2. ນ້ຳມັນຫອຍ 1 ບ່ວງແກງ
  3. ຮາກຫອມປ້ອມ 5 ຮາກ
  4. ນ້ຳປາ 1 ບ່ວງແກງ
  5. ງາຂາວ 2 ບ່ວງແກງ
  6. ນ້ຳຕານຊາຍ 1 ບ່ວງກາເຟ
  7. ກະທຽມ 2-3 ປ່ຽງ
  8. ພິກໄທເມັດປະມານ 1 ບ່ວງກາເຟ.

ວິທີປຸງແຕ່ງ

  1. ນຳຊີ້ນຕັດເປັນຕ່ອນພໍດີບໍ່ນ້ອຍ, ບໍ່ບາງ ຫຼື ໜາເກີນໄປ.
  2. ນຳຮາກຫອມປ້ອມ ແລະ ພິດໄທມາຕຳໃຫ້ລະອຽດກ່ອນນຳລົງໄປປຸງ ຫຼັງຈາກນັ້ນນຳເຄື່ອງເທດຕ່າງໆທີ່ກຽມໄວ້ມາປະສົມໃຫ້ເຂົ້າກັບຊີ້ນ
  3. ເມື່ອປະສົມຮຽບຮ້ອຍແລ້ວໃຫ້ນຳເອົາໄປຕາກແດດປະມານ 4-5 ຊົ່ວໂມງ (ຫາກແດດກ້າຕາກພຽງ 3 ຊົ່ວໂມງກໍໄດ້ແລ້ວ  ເວລາຕາກຄວນປີ້ນດ້ານເພື່ອເຮັດໃຫ້ຊີ້ນແຫ້ງດີ)
  4. ຫຼັງຈາກນັ້ນກໍສາມາດນຳມາປຸງແຕ່ງອາຫານໄດ້ ໂດຍການທອດ ຫຼື ຈີ່ ຫາກນຳມາຮັບປະທານກັບເຂົ້າໜຽວໜຶ້ງຮ້ອນໆ ແລະ ແຈ່ວລົດຊາດຈະແຊບຫຼາຍກວ່າ.

ທີ່ມາ:ຄູ່ມືການເພີ່ມສັກກະຍາພາບການຜະລິດງົວຊີ້ນຈາກການຈັດການຄວາມຮູ້ ແລະ ເຕັກໂນໂລຊີ.(ພາສາໄທ)

ການປະກອບສ່ວນ