ເຂົ້າຫຼາມປີ້ງໄກ່ ຄວາມກ່ຽວຂ້ອງກັບບຸນນະມັດສະການພະທາດຫຼວງວຽງຈັນ

Andy Souvanphakdy
ເຂົ້າຫຼາມປີ້ງໄກ່ ກັບຄວາມກ່ຽວຂ້ອງກັນຂອງບຸນນະມັດສະການພະທາດຫຼວງວຽງຈັນ
ສວຍງາມແບບລຽບງ່າຍ
phakhaolao.la
phakhaolao.la

ພະທາດໂລກກະຈຸລະມະນີ ມໍລະດົກແຫ່ງຊາດ, ສຸດຍອດແຫ່ງຊາດ, ສຸດຍອດສິລະປະ ສະຖາປັດຕະຍະກຳລາວ ທີ່ບັນຈຸພະສາລີ ຣິກະທາດ ຂອງພຣະພຸດທະເຈົ້າ, ເປັນສູນລວມແຫ່ງຈິດວິນຍານ ຂອງຄົນຊາວລາວ ແລະ ໄດ້ກາຍເປັນເຄື່ອງໝາຍຊາດ, ຄັ້ງທຳອິດສ້າງຂຶ້ນ ປີ ພສ 236 ໂດຍການນຳພາ ຂອງຈັນທະບູລີ ປະສິດທິສັກ ຫຼື ບຸລີຈັນ ເຈົ້າເມືອງວຽງຈັນ. ທຳອິດມີລັກສະນະຄ້າຍຄື ອຸໂມງ ກ້ວາງ 10 ແມັດ, ສູງ 9 ແມັດ ແລະ ສ້າງຕໍ່ເຕີມ ໃນປີ ຄສ 1566 ໂດຍເຈົ້າໄຊຍະເສດຖາທິລາດ ຜູ້ສະຖາປະນາວຽງຈັນ ເປັນນະຄອນຫຼວງ ຂອງອານາຈັກລາວລ້ານຊ້າງ, ຖືກທຳລາຍໃນສະໄໝ ສະຫຍາມ ຮຸກຮານ ແລະ ໄດ້ຮັບການບູລະນະຄືນໃໝ່ເລີ່ມ ແຕ່ປີ 1953 ເປັນຕົ້ນມາ. ຜູ້ຄົນທົ່ວທຸກສາລະທິດຕ່າງກໍ່ປາຖະໜາ ມາຮ່ວມໃນບຸນນະມັດສະການ ພະທາດຫຼວງ ທີ່ມີຂຶ້ນໃນ ວັນເພັງ ເດືອນສີບສອງ ຂອງທຸກໆປີ, ເປັນປາງບຸນປະເພນີ ທີ່ຍິ່ງໃຫ່ຍ, ເຊິ່ງສະແດງ ໃຫ້ເຫັນວັດທະນະທຳ, ປະເພນີອັນດີງາມຂອງລາວ ໂດຍມີພິທີສຳຄັນທາງສາດສະໜາ ເຊັ່ນ: ການແຫ່ຜາສາດເຜິ້ງ, ວຽນທຽນ, ຕັກບາດຖວາຍທານ, ຕີຄີ ແລະ ການສະແດງ ມະໂຫລີສີລະປະວັນນະຄະດີ.

ແລະ ໃນຊ່ວງບຸນນະມັດສະການນີ້ເອງ ຄືຊ່ວງໄລຍະທີ່ປະຊາຊົນ ຊາວກະສິກອນບາງສ່ວນໄດ້ສຳເລັດການເກັບກ່ຽວເຂົ້າພໍດີ ແລະ ເຂົ້າຫຼາມກໍໄດ້ເປັນສ່ວນໜຶ່ງໃນຮີດຄອງປະເພນີຂອງບາງພື້ນທີ່ ເພື່ອທີ່ຈະສະເຫຼີມສະຫຼອງເຂົ້າໃໝ່ທີ່ໄດ້ເກັບກ່ຽວມານັ້ນ. ຊາວບ້ານນິຍົມເຮັດເຂົ້າຫຼາມດ້ວຍເຂົ້າໃໝ່ ເພາະຈະເຮັດໃຫ້ມີລົດຊາດທີ່ແຊບຫອມ ແລະ ໜຸ່ມຫວານ ເຊິ່ງປະກອບໄປດ້ວຍຄວາມຫວານມັນຂອງໝາກພ້າວ ແລະ ຫົວເຜືອກຫົວມັນ ທີ່ຈະໃສ່ລົງໃນໄມ້ໄຜ່ເຂົ້າຫຼາມກ່ອນທີ່ຈະນຳໄປເຜົາໄຟ ເຊິ່ງໃຊ້ໄລຍະເວລາໃນການເຜົາປະມານ2-3 ຊົ່ວໂມງ (ແລ້ວແຕ່ປະລິມານເຂົ້າຫຼາມ). ນອກຈາກເຂົ້າຫຼາມແລ້ວ ກໍຍັງມີເຂົ້າໜຽວໜຶ້ງທີ່ຫອມຫວານ ພ້ອມປີ້ງໄກ່ສຳລັບການສະເຫຼີມສະຫຼອງນັ້ນອີກດ້ວຍ.

ນອກຈາກເຂົ້າຫຼາມປີ້ງໄກ່ຈະກ່ຽວຂ້ອງກັບການສະເຫຼີມສະຫຼອງການສຳເລັດເກັບກ່ຽວເຂົ້າແລ້ວ ຍັງເປັນການສະເຫຼີມສະຫຼອງບຸນນະມັດສະການພະທາດຫຼວງນຳອີກ, ປະຊາຊົນບາງສ່ວນໄດ້ນຳເຂົ້າຫຼາມປີ້ງໄກ່ມາວາງຈຳໜ່າຍໃນຂອບເຂດພື້ນທີ່ພະທາດຫຼວງ ເປັນສີສັນໃນງານບຸນນະມັດສະການເພື່ອໃຫ້ຜູ້ຄົນທົ່ວທຸກສາລະທິດ ທີ່ມາຮ່ວມໃນບຸນນະມັດສະການໄດ້ຊົມຊື້ອີກດ້ວຍ

ດັ່ງນັ້ນ, ເຂົ້າຫຼາມປີ້ງໄກ່ຈຶ່ງເປັນໜຶ່ງໃນສັນຍາລັກຂອງບຸນນະມັດສະການພະທາດຫຼວງ ທີມີຄວາມກ່ຽວຂ້ອງ ແລະ ຕິດພັນກັບວັດທະນະທຳລາວ, ສິ່ງນີ້ເອງ ໄດ້ສະແດງໃຫ້ເຫັນວ່າ ປະເທດລາວມີຄວາມຫຼາກຫຼາຍທາງດ້ານຊີວະນາໆພັນ ບໍ່ວ່າຈະເປັນຊະນິດພັນເຂົ້າພື້ນເມືອງ ພືດມີຫົວເຊັ່ນ: ເຜືອກ, ມັນດ້າງ ແລະ ມັນຕົ້ນຕ່າງໆ

ຈົ່ງຊ່ວຍກັນອະນຸລັກຮັກສາຊີວະນາໆພັນໄປພ້ອມໆກັບການອະນຸລັກຮັກສາວັດທະນະທຳຮີດຂອງປະເພນີ ເພາະຖ້າຫາກເຮົາສູນເສຍສິ່ງໃດໜຶ່ງໄປບໍ່ວ່າຈະເປັນ ໝາກພ້າວ ຫຼື ໄມ້ໄຜ່ ເຮົາກໍຈະບໍ່ສາມາດເຮັດເຂົ້າຫຼາມເຊິ່ງເປັນໜຶ່ງໃນສັັນຍາລັກອັນໂດດເດັ່ນສຳລັບບຸນນະມັດສະການພະທາດໂລກກະຈຸລະມະນີໄດ້

ອ້າງອີງປະຫວັດຄວາມເປັນມາພະທາດຫຼວງ ຈາກ laogov.gov.la

 

phakhaolao.la

 



 

ການປະກອບສ່ວນ