ເອາະຫຼາມໜັງ

Andy Souvanhphukdee
ເອາະຫຼາມໜັງ ອາຫານແຊບໆ ຈາກຫຼວງພະບາງ ປະກອບດ້ວຍສ່ວນປະສົມຫຼັກພິເສດ ທີ່ຂາດບໍໄດ້ເຊັ່ນ ໜັງງົວ ຫຼື ໜັງຄວາຍແຫ້ງ
ເຮືອນຄົວລາວ
C-VIETNAM.COM

ເຄື່ອງປະສົມ
• ນໍ້າ 8-10 ຈອກ
• ໜັງງົວ ຫຼື ຄວຍແຫ້ງ 1 ມັດ (1 ກຳມື), ຕັດເປັນຕ່ອນຍາວ 1 ຊມ
• ໄມ້ສະຄານ 3 ກ້ານ
• ຍອດຫວາຍ 5 ກ້ານ, ປອກເປືອກແຂງອອກ ເພື່ອເອົາແກນອ່ອນດ້ານໃນ, ຫຼັງຈາກນັ້ນຕັດເປັນຕ່ອນຍາວ5 ຊມ (ຖ້າບໍ່ມັັກຂົມໃຫ້ນໍາຫວາຍໄປລ້າງ ແລ້ວໜຶ້ງ ເພື່ອເອົານໍ້າຂົມອອກ)
• ໝາກເຂືອ 8-10 ໜ່ວຍນ້ອຍ, ຖ້າໃຫ່ຍໃຫ້ຜ່າເຄິ່ງ
• ໝາກເຜັດ 1-2 ໜ່ວຍ (ຖ້າບໍ່ໃສ່ໄມ້ສະຄານ ໃຫ້ ໃສ່ໝາກເຜັດ 5 ໜ່ວຍ ພ້ອມພິກໄທດໍາ 1 ບ່ວງຊາ)
• ຊີ້ນເປັດ 750 g (ບໍ່ຈໍາເປັນທີ່ຈະຕ້ອງໃສ່)
• ເກືອ 2 ບ່ວງຊາ
• ຜັກສີຂຽວ, ລ້າງ ແລະ ຕັດບໍ່ໃຫ້ຍາວເກີນ 10 ຊມ (ໃບໝາກອຶ, ຜັກຊີ, ໃບກະເພົາ ແລະ ໝາກຖົ່ວ)

ວິທີປຸງແຕ່ງ
1. ຕົ້ມໜັງງົວ ຫຼື ຄວາຍ 1-2 ຊົ່ວໂມງ ຈົນກົ່ວຈະນຸ່ມ
2. ໃສ່ໄມ້ສະຄານ ແລະ ຍອດຫວາຍລົງໄປກ່ອນ ຫຼັງຈາກໝໍ້ຟົດແລ້ວຈັ່ງຕາມດ້ວຍ ໝາກເຂືອ ແລະ ໝາກເຜັດ
3. ເອົານໍ້າມັນອອກຈາກຊີ້ນເປັດໃຫ້ໝົດ ໃຊ້ພຽງຊີ້ນ ແລະ ກະດູກ ຕັດ ເປັນຕ່ອນຍາວ 4 ຊມ
4. ໃສ່ຊີ້ນເປັດ ແລະ ເກືອລົງໃນໝໍ້ ຕົ້ມໄວ້ 30-40 ນາທີ, ຂຶ້ນກັບເນື້ອເປັດທີ່ໃຊ້ (ຖ້າຫາກໝາກເຂືອ ເປື່ອຍຫຼາຍເກີນໄປໃຫ້ນຳອອກກ່ອນ ແລ້ວຈັ່ງນຳກັບເຂົ້າໄປອີກເທື່ອໜຶ່ງ), 10 ນາທີສຸດທ້າຍ ໃຫ້ໃສ່ຜັກສີຂຽວຕ່າງໆ ລົງໄປ

ສຳຫຼັບ 2 ຖ້ວຍ, ສາມາດຮັບປະທານໄດ້ກັບ ເຂົ້າໜຽວ ຫຼື ເຂົ້າຈ້າວ

ຂໍ້ມູນຈາກ ອາຫານພາກເໜືອລາວ (ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ)

ວີດີໂອຈາກ simply katie

ການປະກອບສ່ວນ