ໝົກປາ / Lao Fish Steam with Banana leaf

Keooudone Souvannakhoummane
ໝົກປາປຸງແຕ່ງດ້ວຍຫົວສີໄຄ ແລະ ຜັກອີ່ຕູ່, ອາຫານທີ່ຄົນລາວ ແລະ ໄທ ນິຍົມຮັບປະທານ ເຖິງແມ້ວ່າສ່ວນປະສົມ ແລະ ວິທີປຸງແຕ່ງຈະແຕກຕ່າງກັນ
ເຮືອນຄົວລາວ
Photo by Elizabeth
Photo by Elizabeth

ສ່ວນປະສົມ
•    ປາດຸກ 500 g (ສາມາດໃຊ້ປາຊະນິດອື່ນໄດ້ຕາມຕ້ອງການ)
•    ຫົວສີໄຄ 2 ຫົວ
•    ໝາກເຜັດ 1 ໜ່ວຍ
•    ຜັກທຽມ 1 ກີບ ຫຼື ປ່ຽງ
•    ເກືອ 1 ບ່ວງຊາ
•    ຄະນໍ 1/2 ບ່ວງຊາ
•    ຜັກອີ່ຕູ່ຊອຍ (ໃບ) 2 ບ່ວງແກງ
•    ເຂົ້າເບືອ 1 ບ່ວງແກງ
•    ໃບກ້ວຍຕັດເປັນຮູບສີ່ຫຼ່ຽມ 4-8 ໃບ ຂະໜາດ 25 X 30 ຊມ (ນຳໄປຕົ້ມນໍ້າ)
•    ສຳລັບ 2-4 ຫໍ່

ວິທີປຸງແຕ່ງ
1.    ຕັດປາເປັນຕ່ອນ 2 x 4 cm
2.    ຊອຍຫົວສີໄຄ, ໝາກເຜັດ, ຜັກທຽມໃສ່ຄົກພ້ອມເກືອ ແລະ ຄະນໍ
3.    ຕຳເຄື່ອງປະສົມທຸກຢ່າງທີ່ໃສ່ລົງໃນຄົກ ໃຫ້ມຸ່ນລະອຽດ
4.    ສາມາດເພີ່ມຜັກຊີໃສ່ໄດ້, ຫຼັງຈາກນັ້ນກໍນຳເຄື່ອງປະສົມອອກຈາກຄົກ ເພື່ອປະສົມກັບຕ່ອນປາທີ່ຕັດໄວ້. ຕາມດ້ວຍເຂົ້າເບືອ ແລະ ນໍ້າປາ 1 ບ່ວງແກງ (ຖ້າຫາກໃຊ້ປາໃນປະລິມານທີ່ຫຼາຍ ກໍຕື່ມຜັກສີຂຽວ ເຄື່ອງປະສົມຕ່າງໆອີກ)
5.    ຫໍ່ໝົກປາ (ສາມາດເບິ່ງວິທີການຫໍ່ ທີ່ປຶ້ມສູດອາຫານຂອງເຮືອນພັກທ່າເຮືອ ໜ້າທີ 66)
6.    ກຽມໃບກ້ວຍ 2 ໃບ ວາງໄຂ່ວກັນເປັນຮູບໂຕ x ແລະ ພັບສອງສົ້ນເຂົ້າກັນແລ້ວມັດ
7.    ໜຶ້ງ25-30 ນາທີ
8.    ນຳອອກຈາກໝໍ້ ແກະໃບກ້ວຍອອກ ແລ້ວວາງໃສ່ຈານພ້ອມຮັບປະທານ

ຄຳແນະນຳ
•    ຂະໜາດຂອງໝົກສາມາດເຮັດໄດ້ຕາມຕ້ອງການ ແລະ ສາມາດໃຊ້ເປັນມົກຊີ້ນໝູ, ໄກ່ ຫຼື ເປັດໄດ້
•    ສູດນີ້ໃຊ້ຫົວຜັກບົ່ວ ແທນຜັກຊີ
•    ໃບກ້ວຍອາດຈະໜຶ້ງ ຫຼື ປີ້ງ
ຂໍ້ມູນຈາກ: Food from Northern Laos (The Boat Landing Cookbook

ການປະກອບສ່ວນ