ກະຕ່າສວນຜັກຊາວສວນແມ່ຍິງ

Sakhone INTHAVONG
ກະເສດຜັກອິນຊີ 100 ເປີເຊັນ
ຊີວະນາໆພັນກະສິກຳ
phakhaolao.la

ເມື່ອຊາວສວນເລັງເຫັນຄວາມສຳຄັນຂອງການບໍລິໂພກອາຫານທີ່ສົ່ງຜົນດີຕໍ່ຮ່າງກາຍຂອງຕົນເອງ ແລະ ຜູ້ບໍລິໂພກ ດັ່ງນັ້ນຈຶ່ງຫັນມາປູກຜັກອິນຊີທີ່ບໍ່ໃຊ້ສານເຄມີນັບແຕ່ເລີ່ມປູກຈົນເຖິງເກັບກ່ຽວ ແຕ່ການູປກຜັກອິນຊີມີຄວາມທ້າທາຍສູງ ເນື່ອງຈາກມີຕົ້ນທຶນສູງຈຶ່ງເຮັດໃຫ້ລາຄາສູງກວ່າ ຈຶ່ງຍາກຕໍ່ການເຂົ້າເຖິງຂອງຜູ້ບໍລິໂພກ.

ສະມາຊິກແມ່ຍິງກຸ່ມປູກຜັກອິນຊີບ້ານທົ່ງມັ່ງ ໄດ້ເລັງເຫັນຄວາມສຳຄັນຂອງບັນຫາດັ່ງກ່າວ ແລະ ເພື່ອສ້າງຄວາມຍືນຍົງໃຫ້ແກ່ຊາວສວນຜັກອິນຊີ ທັງເປັນການຕໍ່ຍອດທຸລະກິດ ຂອງກຸ່ມ ຈຶ່ງໄດ້ມີການຮວມຕົວກັນ 15 ຄົົນ ໄດ້ສ້າງທຸລະກິດເພື່ອສັງຄົມໂດຍໃສ່ຊື່ວ່າ : “ ກະຕ່າຜັກຊາວສວນແມ່ຍິງ “ ເຊິ່ງເປັນທາງເລືອກອັນໃໝ່ແກ່ຊາວສວນ ແລະ ຜູ້ບໍລິໂພກ ພ້ອມທັງຮັບປະກັນວ່າຜູ້ບໍລິໂພກຈະໄດ້ຮັບພືດຜັກອິນຊີທີ່ດີຕໍ່ສຸຂະພາບ 100 ເປີເຊັນ ນອກນີ້້ຍັງເປັນການສະໜັບສະໜູນທຶນ ແລະ ສົ່ງເສີມລາຍໄດ້ແກ່ຊາວສວນໂດຍກົງ ໂດຍສະເພາະຊາວສວນແມ່ຍິງໃຫ້ມີລາຍຮັບ, ວຽກເຮັດງານທຳທີ່ດີ ແລະ ຍືນຍົງ.

                                 ຮູບແບບການສະໝັກເປັນສະມາຊິກ


phakhaolao.la

 

          ເຫດຜົນທີ່ເປັນຫຍັງຕ້ອງເລືອກຊື້ຜັກຂອງກະຕ່າຜັກຊາວສວນແມ່ຍິງ

phakhaolao.la

 

                                           

phakhaolao.la

 

ທີ່ມາ: ບໍລິການສົ່ງເສີມກະສິກຳຮອບດ້ານ( ບສກຮ) LURUS, Lao Farmer Net Work

ການປະກອບສ່ວນ