ການປູກຜັກກາດ (ຜັກກາດຊອມ, ຜັກກາດຂິວ, ຜັກກາດຕີນໝີ, ຜັກກາດນາ...)

Soulivanh BOUNTHAMMY
ການປູກຜັກກາດ ເປັນສີ່ງທີ່ໜ້າສົນໃຈ, ສາມາດປູກກີນເອງໄດ້ ໂດຍບໍ່ຈຳເປັນຕ້ອງເສຍເງີນຊື້.
ແນະນຳວິທີເຮັດ
https://www.google.com/search?biw=1280&bih=610&tbm=isch&sa=1&ei=yKNLXZL-ELeZr7wPu5COuAI&q=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B8%94%E0%B8%AD%E0%B8%81&oq=%E0%B8%81%E0%B8%B2%E0%B8%A3%E0%B8%9B%E0%B8%A5%E0%B8%B9%E0%B8%81%E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B2%E0%B8%94%E0%B8%94%E0%B8%AD%E0%B8%81&gs_l=img.3..0i24.33378.33980..35155...0.0..0.280.503.0j2j1......0....1..gws-wiz-img.rbDAlROSbHI&ved=&uact=5#imgrc=tH0ZQ1G7LD3RuM:
http://titunagro.blogspot.com

ການປູກ
-  ການປູກແບບຫວ່ານແກ່ນ: ໃຫ້ປະສົມແນວພັນຜັກ 1 ສ່ວນກັບຊາຍ 3 ສ່ວນ, ຫວ່ານໃຫ້ທົ່ວໜານແລ້ວຫວ່ານຝຸ່ນຄອກ ຫຼື ຝົນບົ່ມປົກໜາ 0.5-1 ຊມ. ປົກດ້ວຍເຟືອງແຫ້ງເພື່ອກັບຮັກສາຄວາມຊຸ່ມຊື່ນແລ້ວຫົດນໍ້າໃຫ້ຊຸ່ມ, ເມື່ອແກ່ນຜັກງອກໄດ້ປະມານ 20 ວັນ ຄວນຖອນແຍກຈັດໃຫ້ໄດ້ໄລຍະຫ່າງລະຫວ່າງຕົ້ນ 20-25 ຊມ.
-  ປູກແບບໂຮຍແກ່ນເປັນແຖວ: ຫຼັງຈາກປະສົມແກ່ນຜັກຄ້າຍຄືກັບຂ້າງເທິງນັ້ນແລ້ວ ໃຫ້ໂຮຍແກ່ນເປັນແຖວເລິກລົງໄປໃນດິນປະມານ 0.5-1 ຊມ, ໂດຍໃຫ້ໄລຍະລະຫວ່າງແຖວ 20-25 ຊມ ແລ້ວຫວ່ານຝຸ່ນຄອກ ຫຼື ຝຸ່ນບົ່ມປົກບາງໆ, ຈາກນັ້ນປົກດ້ວຍເຟືອງແຫ້ງ, ຫົດນໍ້າໃຫ້ຊຸ່ມ, ຫຼັງຈາກແກ່ນງອກໄດ້ 20 ວັນ ກໍ່ຄວນຖອນແຍກຕົ້ນຜັກເພື່ອຈັດໄລຍະຫ່າງຂອງຕົ້ນ.
ການບົວລະບັດຮັກສາ
-  ຫຼັງຈາກຫວ່ານພັນແລ້ວຄວນຫົດນໍ້າ 1-2 ເທື່ອຕໍ່ 1 ມື້ (ຕອນເຊົ້າ ແລະ ຕອນແລງ)
-  ຖ້າຜັກຂະຫຍາຍຕົວຊ້າຄວນໃຊ້ຝຸ່ນຄອກ ຫຼື ຝຸ່ນບົ່ມຕື່ມ.
-  ສີດຢາສະໝຸນໄພປ້ອງກັນພະຍາດ ແລະ ແມງໄມ້.
ການເກັບກ່ຽວມີ 2 ວິທີ:
-  ວິທີການຫຼົກ: ເມື່ອຜັກໃຫຍ່ສາມາດນໍາໄປຮັບປະທານໄດ້ແມ່ນຫຼົກອອກໝົດຕົ້ນ.
-  ວິທີການຕັດ: ກໍານົດທີ່ຈະຕັດເພື່ອເອົາຍອດໄປບໍລິໂພກແລ້ວໃຫ້ຕົ້ນຜັກທີ່ເຫຼືອສາມາດປົ່ງຍອດໄດ້ອີກ.
ການເກັບ ແລະ ຮັກສາໄວ້ກິນຍາວນານ
-  ເຮັດສົ້ມຜັກ, ເຮັດໂອດ, ນໍ້າຜັກ, ດອງ, ຕົ້ມ, ລວກ ເອົາໄປຕາກແດດໃຫ້ແຫ້ງດີເກັບໄວ້ໃສ່ຖົງອັດໃຫ້ແໜ້ນເກັບໄວ້ບ່ອນຮົ່ມ ແລະ ແຫ້ງດີ ຫຼື ຕາມວັດທະນາທໍາຂອງແຕ່ລະທ້ອງຖິ່ນ.
-  ການປຸງແຕ່ງອາຫານດ້ວຍການນໍາເອົາຜັກແຫ້ງມາຈືນ (ທອດ), ເຮັດແຈ່ວນໍ້າຜັກ ຫຼື ເອົາຜັກທີ່ຕາກແຫ້ງມາແຊ່ນໍ້າປະມານ 15-30 ນາທີ ຈົນກວ່າຜັກອ່ອນ, ຈາກນັ້ນຈຶ່ງເອົາມາປຸງແຕ່ງອາຫານຕາມຄວາມຕ້ອງການ.
 ຄຸນຄ່າທາງໂພສະນາການ
ຜັກກາດແຕ່ລະຊະນິດທີ່ກ່າວມາຂ້າງເທິງນີ້ມີວິຕາມິນ ແລະ ແຄວຊຽມແຕກຕ່າງກັນເຊັ່ນ: ຊ່ວຍລະລາຍສານພິດໃນຮ່າງກາຍ, ຫຼຸດຜ່ອນຄວາມສ່ຽງຕໍ່ການເກີດມະເຮັງ, ຊ່ວຍເສີມສ້າງກະດູກໄດ້ດີ, ຖ່າຍງ່າຍ, ຊ່ວຍເສີມສ້າງເມັດເລືອດ ແລະ ອາການອ່ອນເພຍ, ແກ່ໄອ, ບັນເທົາອາການທ້ອງຜູກ, ຮັກສາພະຍາດຕັບ ແລະ ອື່ນໆ.

ການປະກອບສ່ວນ